ກຳລັງທະຫານຍິງຂອງທະຫານເຂດ 1 ໃນພິທີເດີນສວນສະໜາມປີ 2017. ພາບ: ຟຸທໍ-ເຮືອງຢີ້ວ
ພັນຕີ, ທ່ານໝໍ ຮວ່າງມາຍຊາວ, ຫົວໜ້າກອງພັນຍິງຜູ້ທໍາອິດຂອງກໍາລັງປະກອບອາວຸດທະຫານເຂດ 1 ເຊິ່ງພະນັກງານ, ນັກຮົບກອງພົນ 346 ເອີ້ນວ່າ “ດາວພະສຸກຂອງພູຜາປ່າໄມ້ ຫວຽດບັກ” ພວມກວດພະຍາດໃຫ້ທະຫານເສຍອົງຄະ. ພາບ: ຟຸທໍ-ເຮືອງຢີ້ວ
ພັນຕີ, ນາຍໝໍ ຟານທິແທງຍານ, ປະທານສະມາຄົມແມ່ຍິງຮາກຖານກອງບັນຊາການທະຫານແຂວງ ບັກຢາງ ສະແດງສິລະປະ. ພາບ: ຟຸທໍ-ເຮືອງຢີ້ວ
ບັນດານັກສະແດງສະມັກຫຼິ້ນຂອງກອງພົນທະຫານບົກ 346 ສະແດງສິລະປະ. ພາບ: ຟຸທໍ-ເຮືອງຢີ້ວ
ບັນດາເອື້ອຍນ້ອງແມ່ຍິງທີ່ອ່ອນໂຍນ ແລະໜ້າຮັກຂອງຄະນະສິລະປະກອນທະຫານເຂດ. ພາບ: ຟຸທໍ-ເຮືອງຢີ້ວ
ຄວາມປິຕິຊົມຊື່ນຂອງຮ້ອຍໂທ ເຢືອງທິຕວຽດຍູງ, ສະມາຊິກທີມຍິງປືນທະຫານເຂດ 1 ໄດ້ພົບປະກັບລູກສາວພາຍຫຼັງການຝຶກຊ້ອມຢູ່ສະໜາມຝຶກຊ້ອມ. ພາບ: ຟຸທໍ-ເຮືອງຢີ້ວ
ແຕ່ຮຸ່ງເຊົ້າ, ທີມຍິງປືນຍິງຂອງທະຫານເຂດ 1 ໄດ້ແລ່ນມາສະໜາມຝຶກຊ້ອມ. ພາບ: ຟຸທໍ-ເຮືອງຢີ້ວ
ພັນໂທ ຟ້າມທິແທງເຕີມ, ປະທານສະມາຄົມແມ່ຍິງ ກອງພົນນ້ອຍທະຫານປືນໃຫຍ່ 382 ຖືກບັນດານັກຮົບໜຸ່ມເອີ້ນວ່າ “ແມ່ ເຕີມ” ຍ້ອນວ່າຍາມໃດກໍ່ເອົາໃຈໃສ່ເຂົາເຈົ້າ. ພາບ: ຟຸທໍ-ເຮືອງຢີ້ວ
ທະຫານຍິງ ຫ້ອງການເມືອງ, “ແຕ່ງຕົວ” ກາຍເປັນນັກຮົບຕີພິເສດໃນເວທີສະແດງ. ພາບ: ຟຸທໍ-ເຮືອງຢີ້ວ
ພັນໂທ ເຢືອງທິທູຮວ່າຍ, ຫົວໜ້າຄະນະແມ່ຍິງທະຫານເຂດ 1 ມອບງົວໃຫ້ແກ່ບັນດາຫຼານນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງບ໋າວເລີມ ແຂວງ ກາວບັ່ງ. ພາບ: ຟຸທໍ-ເຮືອງຢີ້ວ
ຄວາມອ່ອນໂຍນຂອງເອື້ອຍນ້ອງແມ່ຍິງຫ້ອງວ່າການທະຫານເຂດໃນພິທີເປີດນໍາໃຊ້ເສັ້ນທາງເຂົ້າສະໜາມຍິງປືນແຫ່ງຊາດເຂດ 1. ພາບ: ຟຸທໍ-ເຮືອງຢີ້ວ
ຮ້ອຍເອກພິເສດ, ປະລິນຍາໂທ ຟ້າມທິຢີວ, ນັກຂ່າວໜັງສືພິມທະຫານເຂດ 1 ຍາດໄດ້ນາມມະຍົດຍິງປືນເກັ່ງ. ພາບ: ຟຸທໍ-ເຮືອງຢີ້ວ
ຜູ້ສົ່ງໂທລະເລກຍິງຂອງກອງພົນນ້ອຍສື່ສານ 601. ພາບ: ຟຸທໍ-ເຮືອງຢີ້ວ
ແມ່ຍິງສາງ K21 ກົມເຕັກນິກ ບໍາລຸງຮັກສາອາວຸດ. ພາບ: ຟຸທໍ-ເຮືອງຢີ້ວ
ກປ.ອອນໄລ - ເມື່ອເວົ້າເຖິງແມ່ຍິງ, ຫຼາຍຄົນຄິດໄດ້ໃນທັນທີເລີຍວ່າແມ່ຍິງແມ່ນເພດທີ່ “ອ່ອນໂອນ”. ແຕ່ສໍາລັບແມ່ຍິງຢູ່ທະຫານເຂດ 1 ພັດບໍ່ແມ່ນຄືແນວນັ້ນ. ເຂົາເຈົ້າພວມດໍາລົງຕໍາແໜ່ງສໍາຄັນ, ດ້ວຍລະດັບການອອກແຮງງານສູງໃນບັນດາອົງການຊີ້ນໍາຂອງທະຫານເຂດ 1, ກຽມພ້ອມສູ້ຮົບ, ບັນດາກົມກອງຮັບປະກັນດ້ານເຕັກນິກ, ພະລາທິການ, ວັດທະນະທໍາສິລະປະ...
ໜັງສືພິມກອງທັບປະຊາຊົນຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຂອງເອື້ອຍນ້ອງຍິງໃນການຝຶກຊ້ອມກຽມພ້ອມສູ້ຮົບ, ຮັບປະກັນດ້ານພະລາທິການ, ເຕັກນິກ, ກໍ່ສ້າງກົມກອງ ແລະທັງໃນການດໍາເນີນຊີວິດດ້ານວັດທະນະທໍາ, ສິລະປະ, ການດໍາລົງຊີວິດປະຈໍາວັນ. ຢູ່ໃສ, ຄວາມສວຍງາມຂອງເຂົາເຈົ້າກໍ່ໄດ້ສະແດງອອກ.
ແປໂດຍ: ຫງວຽນກຸກ
Type the code from the image