ອອກກໍາລັງກາຍໃນຕອນເຊົ້າ.
ການຫຼໍ່ຫຼອມພັບຜ້າຫົ່ມ, ມຸ້ງໃນຕອນເຊົ້າ.
ປະຕິບັດການກວດກາພາຍໃນຍາມເຊົ້າ.
ພະນັກງານໝວດທະຫານແນະນໍາໃຫ້ທະຫານຍິງວິທີພັບຜ້າຫົ່ມ, ມຸ້ງ.
ກວດກາພິທີການກິລິຍາທ່າທາງກ່ອນທີ່ຈະຝຶກແອບການຈັດຖັນແຖວ.
ພະນັກງານແນະນໍາຝຶກແອບ.
ບັນດາທະຫານຍິງພວມຝຶກແອບຈັງຫວະໜ້າເດີນ.
ທຸກຄົນຝຶກແອບດ້ວຍນໍ້າໃຈເຂັ້ມງວດທີ່ສຸດ.
ຮອຍຍິ້ມພາຍຫຼັງຊົ່ວໂມງຝຶກແອບຢ່າງລຳບາກກາກກຳ.
ການເຄື່ອນໄຫວສິລະປະໃນຊົ່ວໂມງພັກຜ່ອນ.
ອ່ານໜັງສືພິມເພື່ອອັບເດັດຂໍ້ມູນຂ່າວ, ຄວາມຮູ້.
ເບິ່ງແຍງດູແລສິ່ງແວດລ້ອມ, ປະກອບສ່ວນສ້າງຄວາມງາມໃຫ້ຄ້າຍທະຫານ.
ບັນດາທະຫານຍິງລ້ວນແຕ່ໃຫ້ຂໍ້ສັງເກດວ່າຄາບເຂົ້າໃນກອງທັບແມ່ນແຊ໋ບ ແລະກິນໄດ້ໝົດອາຫານທີ່ໄດ້ກຳນົດ.
ກປ.ອອນໄລ - ໂດຍບໍ່ຫົວຊາຕໍ່ຄວາມຊິນເຄີຍ, ຄວາມນິຍົມປະຈໍາວັນ, ທະຫານຍິງເກືອບ 100 ຄົນທີ່ພວມຝຶກຊ້ອມຢູ່ໂຮງຮຽນການທະຫານເຂດ 7 ກໍາລັງຝຶກຝົນຫຼໍ່ຫຼອມຢ່າງຈູບຈ້າວຫ້າວຫັນ ແລະລຶງເຄີຍກັບສະພາບແວດລ້ອມໃນກອງທັບ. ເຖິງວ່າ, ແຕ່ລະຄົນມີເງື່ອນໄຂທີ່ແຕກຕ່າງກັນ ແລະມາຈາກຫຼາຍທ້ອງຖິ່ນຕ່າງກັນ, ແຕ່ວ່າເຂົາເຈົ້າໄດ້ມີຄວາມສາມັກຄີ, ຮັກແພງ, ສະໜິດຕິດພັນນຳກັນຄືສະມາຊິກໃນມະຫາຄອບຄົວໂດຍໄວ. ທະຫານຍິງທຸກຄົນລ້ວນແຕ່ຢັ້ງຢືນຄວາມຕັດສິນໃຈແຂງຂັນເພື່ອຍາດໄດ້ໝາກຜົນສູງສຸດໃນການຝຶກແອບ ແລະໃນວຽກງານ.
ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳເຖິງເພື່ອນຜູ້ອ່ານບັນດາຮູບພາບກ່ຽວກັບບັນດາທະຫານຍິງໃນຊຸມວັນທໍາອິດທີ່ປະຕິບັດໜ້າທີ່ຢູ່ໃນກອງທັບ.
ແປໂດຍ: ເກື່ອງດັ້ງ
Type the code from the image