ແຜນຮ່າງໄດ້ສ້າງຂຶ້ນບົນພື້ນຖານຂໍ້ຕົກລົງສະບັບເລກທີ 1431/ຕລ-ນຍ ລົງວັນທີ 26 ຕຸລາ 2018 ຂອງນາຍົກລັດຖະມົນຕີທີ່ອະນຸມັດ “ໃຫ້ວາງແຜນຜັງເຄືອຂ່າຍບັນດາກົມກອງພາລະກິດພາກລັດໃນຂົງເຂດຖະແຫຼງຂ່າວ ແລະສື່ສານຮອດປີ 2021, ກໍານົດທິດຮອດປີ 2030”.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ລົງຢ້ຽມຢາມ ແລະເຮັດວຽກກັບໜັງສືພິມກອງທັບປະຊາຊົນຫວຽດນາມ ເມື່ອວັນທີ 15 ມິຖຸນາ 2017. ພາບ: qdnd.vn.

ເປົ້າໝາຍຂອງແຜນຮ່າງແມ່ນແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນ, ຫັນຮູບການໂຄສະນາເປັນຫຼາຍຮູບຫຼາຍແບບ ເພື່ອໃຫ້ໜັງສືພິມກອງທັບປະຊາຊົນ ຮັກສາທີ່ຕັ້ງ, ບົດບາດເປັນໜຶ່ງໃນບັນດາໜັງສືພິມການເມືອງແຖວໜ້າຂອງປະເທດ; ເປັນພາຫະນະໃນການສື່ຂ່າວ, ເປັນເຄື່ອງມືໃນການໂຄສະນາ, ເປັນອາວຸດທາງດ້ານແນວຄິດສໍາຄັນຂອງພັກ, ລັດ ແລະກອງທັບ; ເປັນອົງການກະບອກສຽງຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ-ສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ. ພັດທະນາໜັງສືພິມກອງທັບປະຊາຊົນຕາມຮູບແບບອົງການສື່ມວນຊົນຫຼາຍຮູບຫຼາຍແບບ, ທັນສະໄໝ, ສອດຄ່ອງກັບທ່າອ່ຽງພັດທະນາວິທະຍາສາດເຕັກໂນໂລຢີ-ຂໍ້ມູນຂ່າວສານ, ສື່ມວນຊົນສາກົນ, ຈາກນັ້ນເສີມຂະຫຍາຍທ່າແຮງຂອງໜັງສືພິມກອງທັບປະຊາຊົນໃນເລື່ອງເປັນເຈົ້າການສະໜອງຂໍ້ມູນຂ່າວສານທີ່ເປັນທາງການ, ກໍານົດທິດຫາງສຽງສັງຄົມ.

ແຜນຮ່າງກໍ່ກໍານົດເນື້ອໃນກ່ຽວກັບການລົງທຶນດ້ານບຸກຄະລາກອນ, ພື້ນຖານໂຄງລ່າງ, ເຄື່ອງມືອຸປະກອນເຕັກນິກ ເພື່ອຮັບປະກັນໃຫ້ໜັງສືພິມກອງທັບປະຊາຊົນພັດທະນາຕາມຮູບແບບອົງການສື່ມວນຊົນຫຼາຍຮູບຫຼາຍແບບຮອດປີ 2025.

ວັນທີ 8 ມີນາ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ປະກາດໃຊ້ຂໍ້ຕົກລົງສະບັບເລກທີ 831/ຕລ-ກປຊ ກ່ຽວກັບເລື່ອງຈັດຕັ້ງໜັງສືພິມກອງທັບປະຊາຊົນສັງກັດກົມໃຫຍ່ການເມືອງຄືນໃໝ່. ຕາມນັ້ນແລ້ວ, ພ້ອມກັບການຮັກສາບັນດາພະແນກການ, ຂະແໜງການທີ່ມີໃນປະຈຸບັນຂອງໜັງສືພິມກອງທັບປະຊາຊົນໄວ້ຄືເກົ່າແລ້ວ, ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງຕົກລົງສ້າງຕັ້ງຂະແໜງ Video-Audio ສັງກັດພະແນກບັນນາທິການໜັງສືພິມກອງທັບປະຊາຊົນເອເລັກໂຕນິກຕື່ມອີກ ແລະຈັດຕັ້ງພະແນກຈໍາໜ່າຍ-ໂຄສະນາຄືນໃໝ່ໃຫ້ກາຍເປັນພະແນກຈໍາໜ່າຍ ແລະສື່ສານ.

ໂດຍ: ທະນາພອນ