ໄລ່ຮອດວັນທີ 16 ມີນາ, ບັນດາກອງທ້ອນໂຮມຊອກຫາ, ຂຸດເອົາໄດ້ 131 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ໃນນັ້ນ, ກອງທ້ອນໂຮມຂອງບັນດາແຂວງເທື່ອທຽນ-ເຫວ໊, ກວາງຈິ ແລະກວາງບີ່ງ ທ້ອນໂຮມໄດ້ 56 ຂຸມ.

leftcenterrightdel
ພາບປະກອບຄັດຈາກ: ເລທັ໊ງ.

ຄະນະຊີ້ນໍາ 515 ທະຫານເຂດ 4 ໄດ້ຍ້ອງຍໍພະນັກງານ, ພາລະກອນບັນດາກອງທ້ອນໂຮມທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກກ່ຽວກັບພູມປະເທດ, ອາກາດ, ຂໍ້ມູນຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນກັບຄະນະປະຕິບັດງານພິເສດ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເພື່ອໂຄສະນາ, ຂົນຂວາຍປະຊາຊົນປະເທດເພື່ອນມິດລາວສະໜອງຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຊ່ວຍໃຫ້ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດບັນລຸໝາກຜົນເປັນຢ່າງດີ.

leftcenterrightdel
ພາບປະກອບຄັດຈາກ: ເລທັ໊ງ.

ໃນໄລຍະຈະມາເຖິງ, ບັນດາກອງທ້ອນໂຮມສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະປະຕິບັດງານພິເສດແຂວງ, ຄະນະພັກ, ອຳນາດການປົກຄອງ, ກໍາລັງປະກອບອາວຸດທຸກຂັ້ນ, ເຮັດວຽກງານໂຄສະນາ, ຂົນຂວາຍປະຊາຊົນເພື່ອຊອກຫາຂໍ້ມູນ, ຍົກສູງປະສິດທິຜົນວຽກງານທ້ອນໂຮມ, ສູ້ຊົນບັນລຸ ແລະລື່ນກາຍຄາດໝາຍ, ແຜນການທີ່ໄດ້ວາງອອກ.

ໂດຍ: ຄໍາແພງ