leftcenterrightdel
ຄະນະປະຕິບັດງານ 515 ທະຫານເຂດ 4 ກວດກາແຜນວາດຂຸມຝັງສົບໂດຍບັນດາກົມກອງສະໜອງໃຫ້. ພາບ: ເລຖັ໋ງ.

ໃນປີ 2018-2019, ບົນພື້ນຖານບັນດາຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ກອງ 192 - ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ຄົ້ນພົບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ບໍລິເວນແຂວງສາລະວັນ 18 ຂຸມ ແລະ 3 ເມືອງລະນາມ, ທ່າແຕງ, ກະລຶມຂອງແຂວງເຊກອງ ປະເທດເພື່ອນມິດລາວ, ໃນນັ້ນ, ແຂວງສາລະວັນມີ 11 ຂຸມ, ເຊກອງ 7 ຂຸມ.

leftcenterrightdel
ຄະນະຊີ້ນໍາ 515 ທະຫານເຂດ 4 ກວດກາວຽກງານຊອກຄົ້ນຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເມືອງສາລະວັນ, ແຂວງສາລະວັນ, ລາວ ຂອງກອງ 192. ພາບ: ເລຖັ໋ງ.

ໃນໄລຍະຈະມາເຖິງ, ທ່ານພົນຈັດຕະວາ ຫງວຽນດຶກຮວ໊າ ຮຽກຮ້ອງໃຫ້ພະນັກງານ, ພາລະກອນກອງ 192 ຈົ່ງສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ສູ້ຊົນສໍາຫຼວດ, ຊອກຫາ, ຂຸດຄົ້ນບັນດາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດຕື່ມອີກ, ພ້ອມທັງ, ສ້າງແຜນການ, ເປັນເສນາທິການໃຫ້ຄະນະປະຕິບັດງານພິເສດແຂວງສາລະວັນ, ເຊກອງ, ກອງບັນຊາການທະຫານແຂວງເທື່ອທຽນເຫວ້ ຈັດຕັ້ງພິທີມອບ-ຮັບ, ກັບຄືນສູ່ຖິ່ນຖານພູມລໍາເນົາ, ປົງສົບບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຕາມການກໍານົດຂອງກະຊວງ ແລະທະຫານເຂດ 4.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນດຶກຮວ໊າ ມອບຂອງຂວັນ, ລະດົມກໍາລັງໃຈໃຫ້ພະນັກງານ, ພາລະກອນກອງ 192, ກອງບັນຊາການທະຫານແຂວງເທື່ອທຽນເຫວ້. ພາບ: ເລຖັ໋ງ.

ທ່ານພົນຈັດຕະວາ ຫງວຽນດຶກຮວ໊າ ສະເໜີວ່າໃນໄລຍະຈະມາເຖິງ, ຄະນະປະຕິບັດງານພິເສດສອງແຂວງເທື່ອທຽນເຫວ້ ແລະສາລະວັນ ຈົ່ງສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສຸມທຸກແຫຼ່ງກໍາລັງ, ສົມທົບກັນຊີ້ນໍາ, ຈັດຕັ້ງການປະຕິບັດໜ້າທີ່ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບ, ນຳເອົາອັດຖິນັກຮົບອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ກັບຄືນສູ່ຖິ່ນຖານພູມລຳເນົາໃຫ້ບັນລຸຜົນງານສູງສຸດ.

leftcenterrightdel
ຄະນະຊີ້ນໍາ 515 ທະຫານເຂດ 4 ມອບຂອງຂວັນໃຫ້ຄະນະປະຕິບັດງານພິເສດແຂວງສາລະວັນ. ພາບ: ເລຖັ໋ງ.

ທ່ານພັນເອກ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງສາລະວັນ ໃຫ້ຮູ້ວ່າ, ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງສາລະວັນ ຍາມໃດກໍຮູ້ບຸນຄຸນການປະກອບສ່ວນອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ໃນປາງສົງຄາມທີ່ຍາດເອົາເອກະລາດ, ອິດສະຫຼະພາບມາໃຫ້ດິນແດນລາວ. ຄະນະປະຕິບັດງານພິເສດແຂວງສາລະວັນ ຈະສືບຕໍ່ສົມທົບກັບກອງ 192 ປະຕິບັດວຽກງານໂຄສະນາ, ລະດົມປະຊາຊົນສະໜອງຂໍ້ມູນບັນດາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດເປັນຢ່າງດີ ເພື່ອນຳເອົາພວກອ້າຍກັບຄືນສູ່ຖິ່ນຖານພູມລໍາເນົາໂດຍໄວ.

 

ໂດຍ: ໄຊນີດາ