ທີ່ການເຮັດວຽກ, ສອງຝ່າຍໄດ້ຕີລາຄາໝາກຜົນການສົມທົບກັນຊີ້ນໍາ, ຜັນຂະຫຍາຍວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ບໍລິເວນແຂວງບໍລິຄໍາໄຊ. ເພື່ອປະຕິບັດວຽກງານຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງປີ 2018-2019 ແລະຊຸມປີຕໍ່ໄປບັນລຸໄດ້ປະສິດທິຜົນ, ຄະນະຊີ້ນໍາ 515 ທະຫານເຂດ 4 ສະເໜີໃຫ້ຄະນະປະຕິບັດງານພິເສດແຂວງຮ່າຕິ້ງ ແລະແຂວງບໍລິຄຳໄຊ ສືບຕໍ່ສົມທົບກັນຊີ້ນໍາການຊອກຫາ,  ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ແຂວງບໍລິຄໍາໄຊ ກັບເມືອປະເທດ; ຍູ້ແຮງວຽກງານໂຄສະນາຂົນຂວາຍປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມການສະໜອງຂໍ້ມູນກ່ຽວກັບທະຫານທີ່ເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບທະຫານທີ່ເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: baoquankhu4.com.vn.

ຄະນະປະຕິບັດງານພິເສດແຂວງບໍລິຄຳໄຊ ໄດ້ຊີ້ນໍາອົງການທະຫານ, ຕຳຫຼວດ, ຈັດສົ່ງພະນັກງານເຂົ້າຮ່ວມການເຄື່ອນໄຫວພ້ອມກັບກອງທ້ອນໂຮມກອງບັນຊາການທະຫານແຂວງຮ່າຕິ້ງ ເພື່ອນຳໜ້າພາທາງ, ປ້ອງກັນ, ຕິດຕໍ່ກັບບັນດາທ້ອງຖິ່ນ ແລະປະຊາຊົນແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນດຶກຮວ໊າ, ຫົວໜ້າຄະນະຊີ້ນໍາ 515 ທະຫານເຂດ 4 ຊາບຊຶມເນື້ອໃນການກວດກາຢູ່ກອງທ້ອນໂຮມກອງບັນຊາການທະຫານແຂວງຮ່າຕິ້ງ. ພາບ: baoquankhu4.com.vn.
leftcenterrightdel
ຄະນະຊີ້ນໍາ 515 ທະຫານເຂດ 4 ເຄື່ອນທັບໄປເຖິງສະຖານທີ່ກວດກາຕົວຈິງ ເຊິ່ງແມ່ນບ່ອນທີ່ພະນັກງານ, ພາລະກອນກອງທ້ອນໂຮມກອງບັນຊາການທະຫານແຂວງຮ່າຕິ້ງ ພວມຊອກຫາອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: baoquankhu4.com.vn.
leftcenterrightdel
ຫົວໜ້າຄະນະຊີ້ນໍາ 515 ທະຫານເຂດ 4 ແລະຄະນະປະຕິບັດງານກວດກາຂໍ້ມູນກ່ຽວກັບຂຸມຝັງສົບທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເມືອງບໍລິຄັນ. ພາບ: baoquankhu4.com.vn.

ໂດຍ: ບົວພອນ