ນະທີ່ນີ້, ຄະນະປະຕິບັດງານໄດ້ກວດກາພະນັກງານ, ພາລະກອນຂອງກອງທ້ອນໂຮມ ກອງບັນຊາການທະຫານແຂວງແທັງຮ໊ວາ ພວມຊອກຫາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ບ້ານບັກ, ເມືອງວຽງໄຊ, ແຂວງຫົວພັນ.

leftcenterrightdel
ໄວ້ອາ​ໄລ ​ແລະປົງ​ອັດຖິ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່ປະເທດລາວ. ພາບ: ໂຮ່ຫວຽດ.

ຜ່ານການກວດກາ, ທ່ານພົນຈັດຕະວາ ຫງວຽນດຶກຮ໊ວາ ຍ້ອງຍໍພະນັກງານ, ພາລະກອນຂອງກອງທ້ອນໂຮມກອງບັນຊາການທະຫານແຂວງແທັງຮ໊ວາ ໄດ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບເງື່ອນໄຂພູມສັນຖານພູຜາປ່າດົງທຸລະກັນດານ, ອາກາດຮ້າຍແຮງ, ເງື່ອນໄຂຊອກຫາຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດນັບມື້ນັບມື້ນັບປະສົບກັບຄວາມຫຍຸ້ງຍາກ, ກົມກອງໄດ້ເຮັດວຽກງານຂົນຂວາຍປະຊາຊົນ, ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ບໍລິເວນແຂວງຫົວພັນ, ກວດ ແລະປິ່ນປົວພະຍາດ, ສະໜອງຢຸກຢາໂດຍບໍ່ເສຍຄ່າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມເປັນຢ່າງດີ; ຕັ້ງໜ້າ, ເປັນເຈົ້າການ, ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາກົມກອງຂອງກອງທັບ, ຕຳຫຼວດ ລາວ ເຮັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນລາວບັນດາເຜ່ົາສະໜອງຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອທ້ອນໂຮມເຄື່ອນຍ້າຍກັບຄືນປະເທດ.

ໂດຍ: ແສງເດືອນ