ວຽກງານຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ
ກປ.ອອນໄລ - ໃນລະຫວ່າງວັນທີ 8 – 9 ຕຸລາ, ຢູ່ແຂວງ ສາລະວັນ ແລະແຂວງ ເຊກອງ, ປະເທດລາວ, ຄະນະຊີ້ນຳ 515 ແຂວງເທື່ອທຽນເຫວ້ ໄດ້ມີການພົບປະເຈລະຈາກັບຄະນະປະຕິບັດງານພິເສດແຂວງ ສາລະວັນ ແລະແຂວງ ເຊກອງ ກ່ຽວກັບວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2018 – 2019.
|
|
ຄະນະຊີ້ນຳ 515 ແຂວງເທື່ອທຽນເຫວ້ ລົງນາມໃນບົດບັນທຶກການພົບປະເຈລະຈາກັບຄະນະປະຕິບັດງານພິເສດແຂວງ ສາລະວັນ (ປະເທດລາວ). ພາບ: qdnd.vn. |
ທີ່ບັນດາການພົບປະເຈລະຈາ, ສອງຝ່າຍໄດ້ຕີລາຄາກ່ຽວກັບຄວາມສະດວກ, ຄວາມຫຍຸ້ງຍາກ ແລະຜົນການຊອກຫາ, ທ້ອນໂຮມອັດຖິນັກຮົບອາສາສະໝັກ ແລະນັກຊ່ຽວຊານຫວຽດນາມເສຍສະຫຼະຊີວິດເພື່ອຊາດຢູ່ບໍລິເວນສອງແຂວງ ສາລະວັນ ແລະ ເຊກອງ ໃນລະດູແລ້ງ 2017 – 2018. ຕາມນັ້ນແລ້ວ, ໃນ 6 ເດືອນລະດູແລ້ງ 2017 – 2018, ໂດຍໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກຄະນະພັກ, ອຳນາດການປົກຄອງ, ຄະນະປະຕິບັດງານພິເສດ ແລະປະຊາຊົນສອງແຂວງ ສາລະວັນ ແລະ ເຊກອງ. ກອງທ້ອນໂຮມອັດຖິ 192, ກອງບັນຊາການແຂວງເທື່ອທຽນເຫວ້ ໄດ້ຈັດຕັ້ງການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ອັດຖິ ເພື່ອສົ່ງຄືນປະເທດຊາດ. ໃນລະດູແລ້ງ 2018 – 2019, ຄະນະຊີ້ນຳ 515 ແຂວງ ເທື່ອທຽນເຫວ້ ຈະສົມທົບກັບຄະນະປະຕິບັດງານພິເສດແຂວງ ສາລະວັນ ແລະແຂວງ ເຊກອງ ຊີ້ນຳກອງທ້ອນໂຮມອັດຖິ 192 ສູ້ຊົນຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ໄດ້ກວ່າ 15 ອັດຖິ.
ໂດຍ: ທູຮັ່ງ