leftcenterrightdel
ພາບປະກອບຈາກ: baonghean.com.

ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງ ກອງທັບ, ຮອງຫົວໜ້າຄະນະປະຕິບັດງານພິເສດຂັ້ນສູນກາງ, ມີສະຫາຍ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ, ແຂວງວຽງຈັນ ນຳໂດຍທ່ານພົນຈັດຕະວາ ບຸນມາ ວົງດາລາແສນ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ສະຫາຍ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນແຂວງໄຊສົມບູນ ແລະ ແຂວງເຫງະອານ ສສ ຫວຽດນາມ ນຳໂດຍ ສະຫາຍ ເລຫງ໋ອກຮວາ ຮອງປະທານຄະນະກຳມະການປະຊາຊົນແຂວງເຫງະອານ ພ້ອມດ້ວຍຄະນະທັງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມ.     ໃນວາລະກອງປະຊຸມໄດ້ຮັບຟັງການລາຍງານສະຫຼຸບການຮ່ວມມືວຽກງານສະເພາະກິດ 4 ແຂວງຂອງສອງຝ່າຍ ລາວ-ຫວຽດນາມ ສົກປີ 2018-2019 ແລະທິດທາງຮ່ວມມືໃນສົກປີ 2018-2019 ໂດຍ ສືບຕໍ່ຂຸດຄົ້ນອັດຖິຢູ່ 3 ແຂວງຂອງລາວ ຄື: ແຂວງຊຽງຂວາງໃນ 7 ເມືອງໃນຕົວເລກຄາດໝາຍ 70 ອັດຖິ, ແຂວງວຽງຈັນໃນຕົວເລກຄາດໝາຍ 4 ອັດຖິ ແລະແຂວງໄຊສົມບູນໃນຕົວເລກຄາດໝາຍ 6 ອັດຖິ ຕິດພັນກັບການເພີ່ມທະວີສຶກສາອົບຮົມໃຫ້ປະຊາຊົນລາວໃນຂອບເຂດດັ່ງກ່າວເຂົ້າໃຈຕໍ່ແນວທາງນະໂຍບາຍການຊອກຄົ້ນ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຂອງສອງລັດຖະບານ ລາວ-ຫວຽດນາມ.    ເພື່ອເຮັດໃຫ້ສຳເລັດໜ້າທີ່ ແລະທິດທາງການຮ່ວມມືໃນ ວຽກງານດັ່ງກ່າວຕາງໜ້າຄະນະທັງສອງຝ່າຍກໍໄດ້ເຊັນບົດບັນທຶກຊ່ວຍຈຳຮ່ວມກັນ.

ໂດຍ: ບຸນມີ ແສງທຸມມີ