ເຂົ້າຮ່ວມພິທີມີການນໍາບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ; ຄະນະຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງ 6 ແຂວງພາກເໜືອລາວ; ຜູ້ຕາງໜ້າຄະນະກຳມະການປະຊາຊົນ, ບັນດາພະແນກ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະປະຊາຊົນ, ກໍາລັງປະກອບອາວຸດ, ນັກຮຽນ, ນັກສຶກສາທີ່ພວມຮໍ່າຮຽນ, ປະຕິບັດງານໃນບໍລິເວນແຂວງ ດ້ຽນບຽນ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ບັນຍາກາດທີ່ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: qdnd.vn.

25 ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ໄດ້ທຳພິທີໄວ້ອາໄລ ແລະປົງຄັ້ງນີ້ໂດຍໜ່ວຍທ້ອນໂຮມຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເຂດ 2  ຊອກຫາ, ຂຸດເອົາດ້ວຍການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກອຳນາດການປົກຄອງ, ປະຊາຊົນທ້ອງຖິ່ນສອງປະເທດ, ພິເສດແມ່ນອຳນາດການປົກຄອງທ້ອງຖິ່ນບັນດາແຂວງພາກເໜືອລາວ.

ທີ່ພິທີໄວ້ອາໄລ ແລະປົງອັດຖິ, ຜູ້ຕາງໜ້າການນໍາບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນພ້ອມກັບປະຊາຊົນໃນບໍລິເວນເປັນຈຳນວນຫຼວງຫຼາຍໄດ້ຖະຫວາຍດອກໄມ້, ທູບທຽນສະແດງຄວາມຮູ້ບຸນຄຸນ ແລະຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.

 

ແປໂດຍ: ເຈິ່ນຮວ່ຽນ