leftcenterrightdel
ຄະນະພະນັກງານລັດຖະກອນ, ກໍາລັງປະກອບອາວຸດ ແລະປະຊາຊົນຂອງແຂວງ ອຸດົມໄຊ ຢືນລຽບຕາມເສັ້ນທາງຂະບວນລົດແລ່ນຜ່ານເພື່ອສົ່ງບັນດາ “ອ້າຍ” ກັບຄືນບ້ານເກີດເມືອງນອນເປັນຈຳນວນຫຼວງຫຼາຍ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມພິທີມີທ່ານພົນຈັດຕະວາ ຟ້າມດຶກຢວຽນ,  ຮອງຫົວໜ້າການເມືອງທະຫານເຂດ II, ຫົວໜ້າຄະນະຊີ້ນໍາ 1237, ທະຫານເຂດ II; ທ່ານ ຄຳພຽງ ຢາຈົງວາ, ເຈົ້າແຂວງໆ ອຸດົມໄຊ; ຜູ້ຕາງໜ້າບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງ ອຸດົມໄຊ; ຜູ້ຕາງໜ້າຄະນະປະຕິບັດງານພິເສດຂອງ 6 ແຂວງພາກເໜືອລາວ; ພ້ອມກັບປະຊາຊົນທຸກຊັ້ນວັນນະຂອງແຂວງ ອຸດົມໄຊ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ທ່ານ ຄຳພຽງ ຢາຈົງວາ, ເຈົ້າແຂວງໆ ອຸດົມໄຊ; ຖະຫວາຍທູບທຽນສົ່ງບັນດາ “ອ້າຍ” ກັບຄືນບ້ານເກີດເມືອງນອນ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນການສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຄັ້ງທີ 2 ເຊິ່ງໜ່ວຍທ້ອນໂຮມຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຫ້ອງການເມືອງທະຫານເຂດ 2 ສົມທົບກັບຄະນະກໍາມະການພິເສດຂອງ 6 ແຂວງພາກເໜືອລາວ ລວມມີ: ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ຜົ້ງສາລີ, ຫຼວງນໍ້າທາ ແລະບໍ່ແກ້ວ ທ້ອນໂຮມໄດ້ໃນລະດູແລ້ງ 2017-2018.

ຄັ້ງທຳອິດກໍ່ໄດ້ດໍາເນີນຢູ່ແຂວງ ອຸດົມໄຊ ໃນເດືອນ ມັງກອນ 2018. ໜ່ວຍທ້ອນໂຮມຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຫ້ອງການເມືອງທະຫານເຂດ 2 ໄດ້ສົມທົບກັບບັນດາອົງການຂອງປະເທດເພື່ອນລາວທ້ອນໂຮມ ແລະສົ່ງ 9 ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວ.

leftcenterrightdel
ບັນດາຜູ້ແທນສອງປະເທດແຫ່ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນບ້ານເກີດເມືອງນອນ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ຜູ້ຕາງໜ້າບັນດາຄະນະ, ຂະແໜງການສອງປະເທດຖະຫວາຍທູບທຽນໃນພິທີສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນບ້ານເກີດເມືອງນອນ. ພາບ: ສໍານັກຂ່າວສານຫວຽດນາມ.

25 ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ບັນດາແຂວງພາກເໜືອຂອງປະເທດລາວ ໄດ້ຊອກເຫັນຄັ້ງນີ້ແມ່ນຢູ່ໃນຖ້ຳຈຳນວນໜຶ່ງຂຶ້ນກັບເມືອງ ປາກອູ, ແຂວງ ຫຼວງພະບາງ ແລະເມືອງງາ, ແຂວງ ອຸດົມໄຊ (ປະເທດລາວ). ວັດຖຸພັນທ່ີ່ຊອກເຫັນພ້ອມກັບອັດຖິລວມມີ: ຜ້ານີລົງ, ພື້ນຮອງເກີບ, ຝາບີດົງ, ກະສອບລູກປືນ K56…

 

ແປໂດຍ: ເຈິ່ນຮວ່ຽນ