leftcenterrightdel
ພິທີໄວ້ອາໄລ ແລະປົງ 16 ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ແລະກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມພິທີມີຜູ້ຕາງໜ້າອົງການປະຈຳການຄະນະປະຕິບັດງານພິເສດ - ຄະນະກໍາມະການສະເພາະກິດລັດຖະບານ; ຄະນະຜູ້ແທນຄະນະປະຕິບັດງານພິເສດບັນດາແຂວງ: ອັດຕະປື, ເຊກອງ, ຈໍາປາສັກ - ແຫ່ງ ສປປ ລາວ;  ຄະນະຜູ້ແທນຄະນະສະເພາະກິດແຂວງ Ratanakiri, ແຫ່ງ ລາຊະອານາຈັກ ກຳປູເຈຍ; ກອງບັນຊາການທະຫານເຂດ 5; ການນໍາແຂວງ ກອມຕູມ ພ້ອມກັບບັນດາປະຊາຊົນທ້ອງຖິ່ນທຸກຊັ້ນວັນນະເປັນຈຳນວນຫຼວງຫຼາຍ.

leftcenterrightdel
ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. 

ໃນໄລຍະເກືອບ 6 ເດືອນລະດູແລ້ງ 2017 – 2018 ຜ່ານມາ, ກອງ K53 ແຂວງ ກອນຕູມ ທ້ອນໂຮມໄດ້ 16 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ໃນນັ້ນ 10 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທ້ອນໂຮມ, ຂຸດຄົ້ນໄດ້ຢູ່ແຂວງ Ratanakiri, ແຫ່ງ ລາຊະອານາຈັກ ກຳປູເຈຍ; 6 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນຢູ່ບັນດາແຂວງ: ອັດຕະປື, ເຊກອງ, ຈໍາປາສັກ - ແຫ່ງ ສປປ ລາວ. ພ້ອມກັບອັດຖິດັ່ງກ່າວນັ້ນ, ພະນັກງານ, ນັກຮົບກອງ K53 ກໍ່ທ້ອນໂຮມໄດ້ບັນດາວັດຖຸສິ່ງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄື: ປືນ AK, ຫວີ, ອູ່...

 

ແປໂດຍ: ເຈິ່ນຮວ່ຽນ