ພໍ່ແມ່ປະຊາຊົນ, ສະມາຊິກຊາວໜຸ່ມ, ນັກຮຽນ, ນັກສຶກສາເປັນຈໍານວນຫຼວງຫຼາຍ ໄດ້ມີໜ້າຢູ່ສອງເບື້ອງເສັ້ນທາງ ແລະເຂດສຸສານມືຖືທຸງຊາດ, ດອກໄມ້ ເພື່ອຕ້ອນຮັບບັນດານັກຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດກັບຄືນບ້ານເກີດເມືອງນອນ. ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງ ງິລົກ, ຄະນະປະຕິບັດງານພິເສດຂອງລັດຖະບານລາວ, ການນໍາ 3 ແຂວງ ຊຽງຂວາງ, ວຽງຈັນ, ໄຊສົມບຸນ ແຫ່ງ ສປປ ລາວ ພ້ອມກັບການນໍາແຂວງ ເຫງ້ອານ, ເມືອງ ງິລົກ ໄດ້ຖະຫວາຍທູບທຽນ, ດອກໄມ້ລາຍງານເຖິງດວງວິນຍານປະທານໂຮ່ຈິມິນ ແລະບັນດານັກຮົບ​ວິ​ລະ​ຊົນ​ທີ່​​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດກ່ຽວກັບວຽກງານຊອກຫາ, ຂຸດຄົ້ນ ແລະນຳເອົາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນທະຫານອາສາສະໝັກ ແລະຊ່ຽວຊານ ຫວຽດນາມ 98 ອັດຖິທີ່ເສຍສະຫຼະຊີວິດຢູ່ ລາວ ກັບເມືອປະເທດໃນລະດູແລ້ງ 2017-2018.

leftcenterrightdel
ພໍ່ແມ່ປະຊາຊົນເມືອງ ງິລົກ ເປັນຈໍານວນຫຼວງຫຼາຍ ຕ້ອນຮັບບັນດານັກວິລະຊົນກັບຄືນບ້ານເກີດເມືອງນອນຢ່າງສົມກຽດ. ພາບ: ເຍີດຕ໋ວນ.
leftcenterrightdel
ໄວ້ອາໄລອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ເຍີດຕ໋ວນ.
leftcenterrightdel
ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ 98 ອັດຖິທີ່ເສຍສະຫຼະຊີວິດຢູ່ ລາວ ໃນລະດູແລ້ງ 2017-2018. ພາບ: ເຍີດຕ໋ວນ.
leftcenterrightdel
ຄະນະປະຕິບັດງານສະແດງຄວາມເຄົາລົບຖະຫວາຍທູບທຽນ, ດອກໄມ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ພາບ: ເຍີດຕ໋ວນ.

 

ແປໂດຍ: ເກື່ອງດັ້ງ