ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ປີນີ້, ແຂວງ ເທື່ອທຽນ-ເຫວ້ ມີ 11  ອັດຖິທີ່ຍັງບໍ່ທັນຮູ້ໄດ້ຊື່ ແລະນາມສະກຸນ, ບ້ານເກີດເມືອງນອນເຊິ່ງໜ່ວຍທ້ອນໂຮມ  192 ສັງກັດກອງບັນຊາການທະຫານ ແຂວງ ເທື່ອທຽນ-ເຫວ້ ຊອກຫາ, ຂຸດເອົາໃນບໍລິເວນ 2 ແຂວງ ເຊກອງ ແລະສາລາວັນ ຂອງປະເທດເພື່ອນມິດລາວ.

leftcenterrightdel
ຮັບເອົາອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: ໂຮ່ຫວຽດ.
leftcenterrightdel
ນັກຮຽນ, ນັກສຶກສາ ແລະພໍ່ແມ່ປະຊາຊົນນະຄອນ ເຫວ້ ຈູດທູບອາໄລຫາບັນດາທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: ໂຮ່ຫວຽດ.

ເລື່ອງຊອກຫາ, ຂຸດເອົາ ແລະສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ຍັງເຫຼືອຢູ່ປະເທດເພື່ອນມິດລາວກັບຄືນປະເທດ ທັງແມ່ນແຜນນະໂຍບາຍຂອງພັກ ແລະລັດຫວຽດນາມ ທັງແມ່ນຄວາມມຸ່ງມາດປາດຖະໜາຂອງທົ່ວປວງຊົນ, ທົ່ວກອງທັບ; ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຂອງບັນດາຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນໃນບໍລິເວນແຂວງສໍາລັບບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ສູ້ຮົບ ແລະເສຍສະຫຼະຊີວິດເພື່ອໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດ ແລະປະຕິບັດໜ້າທີ່ສາກົນອັນສູງສົ່ງ.

 

ແປໂດຍ: ເຈິ່ນຮວ່ຽນ