ຕອນເຊົ້າວັນທີ 10 ພຶດສະພາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9, ແຂວງ ກວາງຈີ໋ ຈັດຕັ້ງພິທີໄວ້ອາໄລ, ປົງ 22 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ສາກົນ, ຊ່ວຍເພື່ອນລາວ ໃນການຕໍ່ສູ້ປົດປ່ອຍຊາດ.

leftcenterrightdel
ກອງກຽດຕິຍົດຕ້ອນຮັບອັດຖິທະຫານອາສາສະໝັກທີ່ເສຍສະຫຼະຊີວິດຢູ່ດ່ານຊາຍແດນສາກົນ ລາວບ໋າວ (ເຮື໋ອງຮ໋ວາ, ກວາງຈີ໋). ພາບ: ດຶກຢູກ.

ໃນລະດູແລ້ງປີ 2017-2018, ຄະນະປະຕິບັດງານພິເສດຂອງແຂວງ ກວາງຈີ໋ ແລະສະຫວັນນະເຂດ (ລາວ) ໄດ້ສົມທົບກັນກວດກາແຫຼ່ງຂໍ້ມູນຂ່າວສານກ່ຽວກັບຂຸມຝັງສົບ,  ສະຖານທີ່ເສຍສະຫຼະຊີວິດຂອງທະຫານອາສາສະໝັກຫວຽດນາມ. ໂດຍໄດ້ຮັບການຊີ້ນຳ ແລະຊ່ວຍເຫຼືອຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນລາວ ສະນັ້ນໜ່ວຍທ້ອນໂຮມ 584 ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ລຳບາກກາກກຳ, ຊອກໄດ້ 22 ຂຸມຝັງສົບນັກຮົບເສຍສະຫຼະຊີວິດ, ໃນນ້ັນມີຂຸມຝັງສົບລວມໝູ່.

 

ແປໂດຍ: ຮຸຍດົງ