leftcenterrightdel
ບັນດາຜູ້ແທນຈັດຕັ້ງພິທີຂໍ່ານັບທຸງ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
23 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມຢູ່ ລາວ ໄດ້ຮັບການທ້ອນໂຮມຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ດົ່ງເຕິມ, ເມືອງ ບ໋າເຖືອກ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ສະມາຊິກຄະນະປະຕິບັດງານພິເສດແຂວງ ຫົວພັນ (ສປປ ລາວ) ຖະຫວາຍທູບທຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນເຊົ້າວັນທີ 4 ພຶດສະພາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ດົ່ງເຕິມ (ເມືອງ ບ໋າເຖືອກ, ແຂວງ ແທງຮວ໋າ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງ ແທງຮວ໋າ ຈັດຕັ້ງພິທີໄວ້ອາໄລ, ປົງ 23 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ສາກົນ, ຊ່ວຍເພື່ອນລາວໃນການຕໍ່ສູ້ປົດປ່ອຍຊາດ.

leftcenterrightdel
ຄະນະປະຕິບັດງານຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງ ແທງຮວ໋າ ຖະຫວາຍທູບທຽນ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ອາໄລຫາເພື່ອນຮ່ວມກົມກອງທີ່ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອພາລະກິດປົດປ່ອຍຊາດ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
 
leftcenterrightdel
ສົ່ງບັນດາທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມຢູ່ ລາວ ກັບເມືອບ້ານເກີດເມືອງນອນ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ກົ້ມຫົວໜຶ່ງນາທີອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອພາລະກິດປົດປ່ອຍຊົນຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນລະດູແລ້ງປີ 2017-2018, ໂດຍໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຈາກອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ, ພະນັກງານ, ນັກຮົບໜ່ວຍຊອກຄົ້ນ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ກອງບັນຊາການທະຫານແຂວງ ແທງຮວ໋າ ໄດ້ດໍາເນີນການຊອກຄົ້ນ, ທ້ອນໂຮມ 23 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມຢູ່  45 ກວ່າບ້ານ ແລະກຸ່ມບ້ານ ສັງກັດ 6 ເມືອງຂອງແຂວງ ຫົວພັນ (ສປປ ລາວ) ແລ້ວສົ່ງກັບເມືອບ້ານເກີດເມືອງນອນ. ຈໍານວນອັດຖິດັ່ງກ່າວຍັງບໍ່ທັນຮູ້ຊື່ ແລະນາມສະກຸນໄດ້ເທື່ອ.

ແປໂດຍ: ກວຽດເຕິມ