ທ່ານນາງ ເຟືອງບິກເງິນ ໄດ້ເວົ້າກັບຂ້າພະເຈົ້າດັ່ງກ່າວຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຢົກຫຼ້າ (ນະຄອນ ຮ່າໂນ້ຍ) ພາຍຫຼັງສົ່ງອັດຖິແມ່ຫວຽດນາມວິລະຊົນ ຮວ່າງທິຢວຽນ ມາປົງສົບຢູ່ທີ່ນີ້ໃນທ້າຍປີລະກາ...

ຄອບຄົວໜຶ່ງມີ 3 ຄົນເປັນເມຍຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ

ຢູ່ຕາແສງ ລອງບຽນ, ເມືອງຢາເລີມ (ປັດຈຸບັນແມ່ນຕາແສງລອງບຽນ, ເມືອງລອງບຽນ, ນະຄອນ ຮ່າໂນ້ຍ), ເກືອບຄືວ່າຜູ້ໃດກໍ່ຮູ້ຈັກຄອບຄົວທ່ານນາງ ເຟືອງບິກເງິນ. ໃນຄອບຄົວມີ 3 ຄົນເປັນເມຍຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ , ນັ້ນແມ່ນ: ແມ່ຜົວທ່ານນາງ ເງິນ (ແມ່ຫວຽດນາມວິລະຊົນ ຮວ່າງທິຢວຽນ), ເອື້ອຍຜົວທ່ານນາງ ເງິນ (ທ່ານນາງ ເຖີມທິຮ່າ) ແລະທ່ານນາງເງິນ.

leftcenterrightdel
ທ່ານນາງ ເຟືອງບິກເງິນ ກ່າວຄໍາເຫັນຕໍ່ດວງວິນຍານຂອງບພໍ່ແມ່ຜົວ ແລະຜົວຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຢົກຫຼ້າ. ພາບ: ໂດ໊ຟູ໋ທໍ້

ບຸນເຕັດແຫ່ງການເຕົ້າໂຮມກັນໃນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ

ພາຍຫຼັງພາກໃຕ້ໄດ້ຮັບການປົດປ່ອຍຢ່າງສົບບູນ, ທ່ານນາງເງິນ ໄດ້ໄປແຂວງ ເທື່ອທຽນເຫວ໋ ຫຼາຍເທື່ອເພື່ອຊອກຫາອັດຖິຜົວຂອງຕົນ, ແຕ່ບໍ່ໄດ້ຮັບຜົນ. ເດືອນເມສາ ປີ 1995, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ທ່ານນາງ ເງິນ ໄດ້ຂຽນຈົດໝາຍຍາວສົມຄວນໃຫ້ແກ່ຜົວ ເຊິ່ງເວົ້າເຖິງຄວາມມຸ່ງມາດປາດຖະໜາຂອງຕົນ ແມ່ນຢາກນຳເອົາອັດຖິຂອງຜົວ ມາປົງຢູ່ບ້ານເກີດເມືອງນອນ. ໃນຈົດໝາຍ, ທ່ານາງກໍ່ສະເໜີຜົວແຈ້ງໃຫ້ຊາບບ່ອນຝັງສົບຂອງຜົວໃນປັດຈຸບັນ.

ສອງສາມວັນຕໍ່ມາ,  ທ່ານນາງ ເງິນ ໄດ້ພົບກັບຜົວໃນຄວາມຝັນ. ລາວໄດ້ບອກກັບທ່ານນາງວ່າຈົ່ງພົບປະກັບບັນດາຜູ້ຮ່ວມກົມກອງຂອງລາວທີ່ເຄີຍປະຕິບັດງານຢູ່ສໍານັກຂ່າວສານປົດປ່ອຍ, ຫ້ອງຂ່າວສານການທະຫານ, ລາຍການກະຈາຍສຽງກອງທັບປະຊາຊົນ... ທ່ານນາງ ເງິນ ໄດ້ປະຕິບັດຕາມຄໍາເວົ້າຂອງຜົວໃນຄວາມຝັນນັ້ນ. ຫຼັງຈາກນັ້ນໄລຍະໜຶ່ງ, ທ່ານນາງໄດ້ຮັບສາຍຈາກພົນຈັດຕະວາ ຟານຄັກຫາຍ, ຫົວໜ້າບັນນາທິການໃຫຍ່ຂອງໜັງສືພິມກອງທັບປະຊາຊົນ ໂດຍບັງເອີນ. ທ່ານພົນຈັດຕະວາ ຟານຄັກຫາຍ ແຈ້ງວ່າກຳນົດໄດ້ບ່ອນປົງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ-ນັກຂ່າວ ເຖີມດຶກຮ່ວາ ຢູ່ເມືອງ ຟອງດ່ຽນ (ແຂວງ ເທື່ອທຽນເຫ໋ວ).

ປີ 2017, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ຜົວຂອງທ່ານນາງ ເງິນ - ແມ່ຕູ້ ຮວ່າງທິຢວຽນ ໄດ້ຮັບນາມມະຍົດແມ່ຫວຽດນາມວິລະຊົນຈາກລັດ. ດ້ວຍນໍ້າໃຈຮັກແພງພໍ່ແມ່ຜົວ ແລະ ຜົວທີ່ສຸດ, ທ່ານນາງ ເງິນ ປາດຖະໜາຢາກໃຫ້ສາມຄົນໄດ້ນອນຢູ່ໃກ້ກັນ. ຄວາມມຸ່ງມາດປາດຖະໜາຂອງທ່ານນາງ ເງິນ ໄດ້ຮັບການສະໜັບສະໜູນ ຈາກອໍານາດການປົກຄອງ ແລະໃນທ້າຍປີປີລະກາຜ່ານມາ, ພິທີສົ່ງອັດຖິແມ່ຫວຽດນາມວິລະຊົນ  ຮວ່ງທິຢວຽນ ມາປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຢົກຫຼ້າ ໄດ້ຮັບການຈັດຕັ້ງຢ່າງສົມກຽດ.

 

ແປໂດຍ: ທູຈາງ