ຕອນຫົວຄ່ຳ ວັນທີ 20 ມັງກອນ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຫງວຽນຈ້ອງເຫງ້ຍ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະໄດ້ມາຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະຢ້ຽມຢາມ, ລະດົມກຳລັງໃຈທີມທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 584, ກອງບັນຊາການທະຫານແຂວງ ກວາງຈີ້, ພວມປະຕິບັດໜ້າທີ່ທ້ອນໂຮມອັດຖິຢູ່ບ້ານ ເຕີນມີ໋, ຕາແສງ ຫາຍເລະ, ເທດສະບານເມືອງ ກວາງຈີ້, ແຂວງ ກວາງຈີ້.

ຄິດໄລ່ຮອດຕອນບ່າຍວັນທີ 20 ມັງກອນ, ພາຍຫຼັງການຕັ້ງໜ້າເປີດກວ້າງບໍລິເວນຂຸດຄົ້ນ, ຈັດຕັ້ງຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດແມ່ນໍ້າ ແທັກຫານ, ບ້ານ ເຕີນມີ໋ ມາເປັນເວລາ 15 ວັນ, ທີມທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຂຸດ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 40 ອັດຖິ. ບັນດາອັດຖິຊອກເຫັນໄດ້ຫຸ້ມຫໍ່ໃນແພອູ່ທະຫານ, ພ້ອມກັບວັດຖຸສິ່ງຂອງຫຼາຍຢ່າງຄື: ແວ່ນ, ຫວີ, ກະດຸມເສື້ອ, ເກີບ, ແຫວນ, ກະເປົາເງິນ....

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ມອບຂອງຂວັນລະດົມກຳລັງໃຈທີມທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ເຈີ່ນຢູງ

ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ຕີລາຄາສູງຜົນງານ, ໝາກຜົນຂອງທີມທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດບັນລຸໄດ້ໃນໄລຍະຜ່ານມາ. ທີມທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຄວນສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຕັ້ງໜ້າຂຸດຄົ້ນກໍາໄດ້ບັນດາແຫຼ່ງຂໍ້ມູນກ່ຽວກັບບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຕື່ມອີກ; ສົມທົບກັນຢ່າງແໜ້ນແຟ້ນກັບທ້ອງຖິ່ນ ແລະບັນດາກໍາລັງເປີດກວ້າງບໍລິເວນຊອກຫາ ເພື່ອຮັບປະກັນຄວາມວ່ອງໄວ, ມີປະສິດທິຜົນ, ເພື່ອນຳເອົາໄດ້ອັດຖິບັນດາວິລະຊົນເສຍສະຫຼະຊີວິດເພື່ອຊາດກັບຄືນບ້ານເກີດເມືອງນອນໂດຍໄວ.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ແລະຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫາບັນດາວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະມອບຂອງຂວັນໃຫ້ຄະນະຄຸ້ມຄອງສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ສຸສານແຫ່ງຊາດທາງເລກທີ 9, ນະຄອນເກົ່າ ກວາງຈີ້ ແລະເຂດຂຸມຝັງສົບທ່ານພົນເອກ ຫວໍງວຽນຢາບ ຢູ່ແຂວງ ກວາງບິ່ງ.

 

ແປໂດຍ: ກວຽດເຕີມ