ວັນທີ 12 ມັງກອນ, ແຂວງ ດ້ຽນບຽນ ຈັດຕັ້ງພິທີມອບ-ຮັບ, ໄວ້ອາໄລ ແລະປົງ 9 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ. ນີ້ແມ່ນອັດຖິຂອງບັນດາທະຫານອາສາສະໝັກຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ໂດຍໜ່ວຍປະຕິບັດງານທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເຂດ 2 ຊອກຫາ, ຂຸດເອົາດ້ວຍການຊ່ວຍເຫຼືອຂອງອໍານາດການປົກຄອງທ້ອງຖິ່ນສອງປະເທດ, ພິເສດແມ່ນອໍານາດການປົກຄອງທ້ອງຖິ່ນປະເທດເພື່ອນມິດລາວ.

leftcenterrightdel
ທ່ານ ເລວັນກຸ໋ຍ ຮອງປະທານຄະນະກໍາມະການປະຊາຊົນແຂວງ ດ້ຽນບຽນ ພ້ອມດ້ວຍການນໍາຄະນະຊີ້ນໍາແຫ່ງຊາດ 1237 ທໍາພິທີໄວ້ອາໄລ, ປົງອັດຖິທະຫານທີ່ເສຍສະຫຼະຊີວິດ. ພາບ: dienbientv.vn

ຮຸ່ງເຊົ້າວັນທີ 12 ມັງກອນ, ພະນັກງານ, ປະຊາຊົນແຂວງ ດ້ຽນບຽນ ໄດ້ຢືນຢູ່ສອງຟາກທາງຕາມຖະໜົນສາຍຕ່າງໆໃນນະຄອນ ດ້ຽນບຽນຝູ ຮອງຮັບບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດກັບຄືນປົງອັດຖິຢູ່ບ້ານເກີດເມືອງນອນ. ຄະນະຈັດຕັ້ງໄດ້ດໍາເນີນການແຫ່ອັດຖິທະຫານທີ່ເສຍສະຫຼະຊີວິດຈາກສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ A1 ຜ່ານຖະໜົນສາຍຕ່າງໆມາໄວ້ອາໄລ ແລະປົງອັດຖິຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ (ຕາແສງ ແທງເນືອ, ເມືອງ ດ້ຽນບຽນ)

ທີ່ພິທີໄວ້ອາໄລ, ຜູ້ຕາງໜ້າການນໍາ ແລະປະຊາຊົນແຂວງ ດ້ຽນບຽນ ໄດ້ວາງພວງມາລາ, ຖະຫວາຍທູບທຽນ ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ - ບັນດາຜູ້ທີ່ໄດ້ອຸທິດຕະຫຼອດຊີວິດເພື່ອໜ້າທີ່ສາກົນອັນສູງສົ່ງ.

ທ່ານພົນຈັດຕະວາ ຟ້າມດຶກຢວຽນ, ຮອງຫົວໜ້າການເມືອງທະຫານເຂດ 2 ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ທະຫານເຂດ 2 ໄດ້ສຸມໃສ່ຊີ້ນໍາບັນດາອົງການ, ກົມກອງ, ພິເສດແມ່ນໜ່ວຍປະຕິບັດງານທ້ອນໂຮມອັດຖິທະຫານອາສາສະໝັກຫວຽດນາມທີ່ເສຍສະຫຼະຊີວິດທີ່ກໍາລັງປະຕິບັດງານຢູ່ ສປປ ລາວ ມີແຜນການ, ລາຍການຊອກຫາ, ຂຸດເອົາອັດຖິທະຫານອາສາສະໝັກຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ສປປ ລາວ ກັບຄືນປົງອັດຖິຢູ່ບ້ານເກີດເມືອງນອນ. ໃນປີ 2017, ທະຫານເຂດ 2 ທ້ອນໂຮມ ແລະ ມອບສົ່ງ 44 ອັດຖິ ໃຫ້ແຂວງ ດ້ຽນບຽນ ໃນຄັ້ງທີ 2.

ປີ 2018, ທະຫານເຂດ 2 ສືບຕໍ່ຜັນຂະຫຍາຍໂຄງການເກັບກູ້ລະເບີດສົມທົບກັບການຊອກຫາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ຮ່າຢາງ.

 

ແປໂດຍ: ຮວ່າງເຈື່ອງ