ວັນທີ 13 ກັນຍາ 2016, ຄະນະສະເພາະກິດການຊອກຫາ, ທ້ອນໂຮມ, ອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໃນສະໄໝສົງຄາມຢູ່ ກໍາປູເຈຍ ກັບຄືນເມືອບ້ານເກີດເມືອງນອນແຂວງ ຢາລາຍ ໄດ້ຈັດຕັ້ງກອງປະຊຸມປະເມີນຜົນວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຜູ້ຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນສະໄໝສົງຄາມຢູ່ ກໍາປູເຈຍ ໃນລະດູແລ້ງ 2015-2016.

leftcenterrightdel
ພາບປະກອບຈາກ Nhandan.com.vn

ໃນໄລຍະນີ້, ກຸ່ມ K52 (ກອງບັນຊາການແຂວງ ຢາລາຍ) ໄດ້ດໍາເນີນການສໍາຫຼວດ, ຊອກຫາ, ຂຸດຄົ້ນທ້ອນໂຮມໄດ້ 30 ອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນບໍລິເວນ 100 ບ້ານ, 38 ຕາແສງຂຶ້ນກັບ 18 ເມືອງ, ນະຄອນສັງກັດບໍລິເວນ 3 ແຂວງ: ຣາດຕານາກີຣີ, ສຕູງແຈງ, ປເຣກວີເຮຍ (ກໍາປູເຈຍ). ເມືອເປັນເຊັ່ນນັ້ນ, ນັບແຕ່ປີ 2001 ຮອດປະຈຸບັນ, ແຂວງ ຢາລາຍ ໄດ້ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມ 1.345 ອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໃນສະໄໝສົງຄາມຢູ່ ກໍາປູເຈຍ ກັບຄືນເມືອປະເທດ.

 

ແປໂດຍ: ຈາງຫງວຽນ