ວັນທີ 16 ພຶດສະພາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ເຫ້ວ, ແຂວງ ເທື່ອທຽນ-ເຫ້ວ ໄດ້ຈັດພິທີໄວ້ອາໄລ ແລະປົງ 16 ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະຜູ້ຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ລາວ ຢ່າງສົມກຽດ.

leftcenterrightdel
ພິທີໄວ້ອາໄລ ແລະປົງ 16 ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ. ພາບ: TTXVN

ນີ້ແມ່ນບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງ ເທື່ອທຽນ-ເຫ້ວ ໄດ້ຊອກຫາ, ຂຸດຄົ້ນໃນລະດູແລ້ງ 2016-2017. ໃນຊຸມປີຜ່ານມາ, ພ້ອມກັບການຊ່ວຍເຫຼືອຂອງພັກ, ລັດຖະບານ ແລະປະຊາຊົນຂອງບັນດາຊົນເຜົ່າ ລາວ, ເປັນຕົ້ນແມ່ນສອງແຂວງ ສາລະວັນ ແລະເຊກອງ, ກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງ ເທື່ອທຽນ-ເຫ້ວ ໄດ້ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມໄດ້ກວ່າ 800 ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະຜູ້ຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ລາວ ກັບຄືນປະເທດ.

 

ແປໂດຍ: ຈາງຫງວຽນ