leftcenterrightdel

ທ່ານ ຫວູ໋ດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ຊີ້ນຳບັນດາອົງການ, ກົມກອງຜັນຂະຫຍາຍປະຕິບັດແຜນຮ່າງ 1237. ພາບ: chinhphu.vn

ຕາມນັ້ນ, ປະຕິບັດຕາມຄຳເຫັນຊີ້ນຳຂອງທ່ານ ຫວູ໋ດຶກດາມ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດ 1237, ຊຶ່ງຕາມພາລະບົດບາດ, ໜ້າທີ່ທີ່ໄດ້ຮັບການມອບໝາຍແລ້ວກະຊວງປ້ອງກັນປະເທດຮຽກຮ້ອງບັນດາອົງການ, ກົມກອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງຄຳສັ່ງເລກທີ 24 ຂອງກົມການເມືອງ, ບັນດາຂໍ້ຕົກລົງຂອງນາຍົກລົດຖະມົນຕີ ແລະບັນດາເອກະສານທີ່ກຳນົດໄວ້, ຄຳແນະນຳຂອງອົງການກ່ຽວຂ້ອງ; ເພີ່ມທະວີການຊີ້ນຳ, ນຳພາເພື່ອຍົກສູງຜົນສັກສິດ, ປະສິດທິຜົນໃນການຄຸ້ມຄອງລັດສຳລັບວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ຍູ້ແຮງວຽກງານໂຄສະນາ, ປະຕິບັດໂຄງການສົມທົບກັນລະຫວ່າງຄະນະຊີ້ນຳ 1237 ແລະສະມາຄົມນັກຮົບເກົ່າທຸກຂັ້ນໃຫ້ເປັນຢ່າງດີ; ຍົກສູງປະສິດທິຜົນໃນການສະໜອງຂໍ້ມູນຂ່າວສານ ແລະສົມທົບກັນເຂົ້າຮ່ວມການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ເພື່ອປະຕິບັດສຳເລັດການກວດກາຄືນ, ສຳນວນເອກະສານ, ບັນຊີລາຍຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດ; ກໍ່ສ້າງ, ປະກາດຮາກຖານຂໍ້ມູນແຫ່ງຊາດກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຜັນຂະຫຍາຍການທົດລອງສ້າງແຜນທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສາມຂັ້ນ (ຕາແສງ, ເມືອງ, ແຂວງ) ຢູ່ທ້ອງຖິ່ນຈຸດສຸມຈຳນວນໜຶ່ງ. ຂຸດຄົ້ນ, ນຳໃຊ້ໝາກຜົນແກ້ກົດລັບເຄື່ອງໝາຍ, ລະຫັດຊື່ກົມກອງກອງທັບໃນປາງສົງຄາມ; ເພີ່ມທະວີການເຊື່ອມຕໍ່ບັນດາແຫຼ່ງຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເພື່ອຮັບໃຊ້ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ຄົ້ນຄວ້າ, ປະຕິບັດສຳເລັດຂັ້ນຕອນສັນລະສູດພັນທຸກຳ (AND) ເພື່ອກຳນົດຊື່ ແລະນາມສະກຸນຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ; ຜັນຂະຫຍາຍໂຄງການຍົກລະດັບຮາກຖານການສັນລະສູດພັນທຸກຳໄລຍະທີ 2 ຂອງສະຖາບັນນິຕິເວດວິທະຍາກອງທັບ; ຍູ້ແຮງ, ເປີດກວ້າງການພົວພັນຮ່ວມມືສາກົນກ່ຽວກັບການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ...

ກະຊວງປ້ອງກັນປະເທດກໍ່ມອບໝາຍໜ້າທີ່ໃຫ້ແກ່ບັນດາອົງການ, ກົມກອງຢ່າງລະອຽດ (ຕາມພາລະບົດບາດ, ໜ້າທີ່) ໃນການຜັນຂະຫຍາຍປະຕິບັດແຜນຮ່າງ 1237 ປີ 2017 ແລະໃນຊຸມປີຕໍ່ໄປ.

ແຜປໂດຍ: ຫງວຽນກຸກ