ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຝ່າຍ ຫວຽດນາມ ມີບັນດາທ່ານ: ທ່ານພົນໂທ ເລຈຽມ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ເປັນຫົວໜ້າຄະນະ; ທ່ານພົນຕີ ໂດ້ກັນ, ຮອງຫົວໜ້າກົມໃຫຍ່ການເມືອງ, ຮອງຫົວໜ້າຄະນະປະຈຳການຄະນະປະຕິບັດງານພິເສດລັດຖະບານ ຫວຽດນາມ, ພ້ອມກັບຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ. ກ່ຽວກັບຝ່າຍ ລາວ ໂດຍທ່ານພົນຕີ ວິໄລ ຫຼ້າຄຳຟອງ, ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ, ຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານ ລາວ ເປັນຫົວໜ້າຄະນະ, ພ້ອມກັບຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງລາວ.

ໃນບັນຍາກາດເປີດອົກເປີດໃຈ, ຈິງໃຈ ເພື່ອຂໍ່ານັບຮັບຕ້ອນ “ປີສາມັກຄີມິດຕະພາບ ຫວຽດນາມ – ລາວ ປີ 2017”, ບັນດາຜູ້ແທນໄດ້ຕີລາຄາສູງໝາກຜົນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ ລາວ ໃນໄລຍະສົງຄາມ. ຕາມນັ້ນ, ໃນລະດູແລ້ງ ປີ 2016 – 2017, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ໄດ້ຮັບການຊ່ວຍເຫຼືອຂອງລັດຖະບານ ແລະປະຊາຊົນ ລາວ ບັນດາເຜົ່າ, 8 ກອງທ້ອນໂຮມອັດຖິນັກຮົບຂອງ ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມໄດ້ 270 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ ລາວ ກັບຄືນປະເທດ, ໃນນັ້ນມີ 24 ອັດຖິ ໄດ້ຢັ້ງຢືນລາຍຊື່, ບ້ານເກີດເມືອງນອນ.

leftcenterrightdel
ຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານ 2 ປະເທດ ຫວຽດນາມ-ລາວ ອວຍພອນຜົນສໍາເລັດຂອງການພົບປະເຈລະຈາ. ພາບ: ດຶກຢູກ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ກໍານົດຢ່າງຈະແຈ້ງບັນດາຄວາມຫຍຸ້ງຍາກໃນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ ລາວ ໃນໄລຍະຈະມາເຖິງ; ໄຈ້ແຍກ, ກໍານົດບັນດາບໍລິເວນອາດຈະຍັງມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຫຼາຍຢ່າງເພື່ອມີມາດຕະການຊອກຫາທີ່ເໝາະສົມ, ມີປະສິດທິຜົນ.

ຄະນະປະຕິບັດງານພິເສດລັດຖະບານ 2 ປະເທດ ຫວຽດນາມ-ລາວ ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມືຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ ປີ 2017 -2018. ຕາມນັ້ນ, ຫວຽດນາມ ຍັງສືບຕໍ່ຮັກສາ 8 ກອງຊອກຫາ, ພ້ອມທັງລັດຖະບານ 2 ປະເທດສຸມໃສ່ຍູ້ແຮງວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນ, ເປັນຕົ້ນແມ່ນບັນດານັກຮົບເກົ່າສະໜອງຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ຄະນະປະຕິບັດງານພິເສດ, ກອງບັນຊາການທະຫານຂັ້ນແຂວງຂອງ 2 ຝ່າຍໄດ້ແລກປ່ຽນເປັນປະຈຳ, ຖອດຖອນບົດຮຽນ ແລະຍ້ອງຍໍ, ຊົມເຊີຍໃຫ້ແກ່ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ຕັ້ງໜ້າເຂົ້າຮ່ວມ, ໜ້າທີ່ພິເສດນີ້ຢ່າງມີປະສິດທິຜົນ ແລະທັນການ.

ວຽກງານກໍ່ສ້າງ, ປະຕິສັງຂອນ, ບູລະນະບັນດາອານຸສາວະລີ “ນໍ້າໃຈສາມັກຄີສຳພັນທະມິດສູ້ຮົບ ຫວຽດນາມ-ລາວ” ຢູ່ແຂວງໄຊສົມບູນ ເຊິ່ງລັດຖະບານ 2 ປະເທດຜັນຂະຫຍາຍຮັບປະກັນຄຸນນະພາບ, ຖືກຕ້ອງຕາມຄວາມຄືບໜ້າ, ສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບ ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງສໍາລັບການເສຍສະຫຼະຊີວິດຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ແລະພະນັກງານ, ນັກຮົບກອງທັບປະຊາຊົນລາວ ໃນບັນດາການຕໍ່ຕ້ານປົດປ່ອຍຊາດ. ລັດຖະບານ ຫວຽດນາມ ສະເໜີພາຍຫຼັງພິທີເປີດສະຫຼອງ, ລັດຖະບານ ລາວ ຄວນຊີ້ນໍາແຂວງໄຊສົມບູນຄຸ້ມຄອງ, ນໍາໃຊ້ໃຫ້ຖືກຕ້ອງຕາມຂໍ້ກຳນົດຂອງລັດ ແລະຮີດຄອງປະເພນີຂອງປະຊາຊົນ ລາວ; ຕັ້ງໜ້າໂຄສະນາກ່ຽວກັບນໍ້າໃຈສາມັກຄີ, ສຳພັນທະມິດສູ້ຮົບຂອງກອງທັບ ແລະປະຊາຊົນ 2 ປະເທດ ຫວຽດນາມ-ລາວ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ 2 ຊາດ ຫວຽດນາມ-ລາວ.

ແປໂດຍ: ເຈິ່ນຮ່ວຽນ