ທີ່ການເຮັດວຽກສອງຝ່າຍໄດ້ຕີລາຄາໝາກຜົນການສົມທົບໃນວຽກງານການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທະຫານອາສາສະໝັກ ແລະນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນແຂວງ ຫົວພັນ, ປະເທດເພື່ອນມິດລາວ.

leftcenterrightdel
ບັນຍາກາດຂອງການເຮັດວຽກ. ພາບ: ໂຮ່ຫວຽດ

ປີ 2016 – 2017, ຄະນະປະຕິບັດງານພິເສດແຂວງ ຫົວພັນ ໄດ້ຊີ້ນໍາບັນດາອົງການ, ບັນດາກຸ່ມບ້ານສ້າງເງື່ອນໄຂກ່ຽວກັບບ່ອນຢູ່ບ່ອນກິນ, ພາຫະນະ, ກໍາລັງ, ຊ່ວຍເຫຼືອທະຫານສັງກັດກອງບັນຊາການທະຫານແຂວງ ແທງຮ໋ວາ ໃນການທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ຄະນະປະຕິບັດງານທະຫານເຂດ 4 ກວດກາບັນດາວັດຖຸໂດຍກອງທ້ອນໂຮມກອງບັນຊາການ ທະຫານແຂວງ ແທງຮ໋ວາ ຂຸດຄົ້ນຢູ່ບ້ານ ຜາທີ, ເມືອງ ຊຳເໜືອ, ແຂວງ ຫົວພັນ (ລາວ). ພາບ: ໂຮ່ວຽດ

ຄະນະຊີ້ນໍາ 1237 ທະຫານເຂດ 4, ກອງບັນຊາການທະຫານແຂວງ ແທງຮ໋ວາ ໄດ້ຊີ້ນໍາ, ຜັນຂະຫຍາຍກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດສໍາຫຼວດ, ຊອກຫາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ; ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນປະຕິບັດວຽກງານຂົນຂວາຍປະຊາຊົນໃຫ້ເປັນຢ່າງດີ, ຊ່ວຍເຫຼືອປະຊາຊົນໃນການກວດ, ປິ່ນປົວພະຍາດ, ກໍ່ສ້າງບັນດາກິດຈະກຳສະຫວັດດີການຢ່າງມີປະສິດທິຜົນ ແລະຊ່ວຍເຫຼືອປະຊາຊົນອອກແຮງງານທຳການຜະລິດ, ພັດທະນາເສດຖະກິດ, ປະຕິບັດບັນດາຂໍ້ກໍານົດກົດລະບຽບຂອງທ້ອງຖິ່ນປະເທດເພື່ອນມິດຢ່າງເຂັ້ມງວດ.

ກ່ອນຈະເຮັດວຽກກັບຄະນະປະຕິບັດງານພິເສດແຂວງ ຫົວພັນ ຂອງປະເທດເພື່ອນມິດ ລາວ, ຄະນະຊີ້ນໍາ 1237 ຂອງທະຫານເຂດ 4, ໄດ້ໄປກວດກາສະຖານທີ່ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ສະຖານທີ່ພວມດໍາເນີນການຊອກຫາ, ສະຖານທີ່ມີຂໍ້ມູນ, ກະກຽມໃຫ້ແກ່ການທ້ອນໂຮມ; ກວດກາສໍານວນທ້ອນໂຮມ, ວຽກງານພະລາທິການ, ເຕັກນິກ ແລະບັນດາການເຄື່ອນໄຫວຂອງບັນດາກອງທ້ອນໂຮມກອງບັນຊາການທະຫານແຂວງ ແທງຮ໋ວາ.

ຜ່ານການກວດກາສະແດງໃຫ້ເຫັນວ່າ: ເຖິງວ່າໄດ້ປະຈຳຢູ່ດິນແດນເພື່ອນມິດລາວ, ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບການດຳລົງຊີວິດ, ບ່ອນຢູ່ບ່ອນກິນ, ເງື່ອນໄຂການໄປມາ, ພູມປະເທດມີການປ່ຽນແປງໂດຍພື້ນຖານຍ້ອນສົງຄາມ, ຈໍານວນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ດິນແດນເພື່ອນມິດລາວບໍ່ມີແຜນຜັງຝັງສົບ, ພູຜາປ່າດົງທຸລະກັນດານ, ແຕ່ພະນັກງານ, ພາລະກອນຂອງກົມກອງໄດ້ປະຕິບັດບັນດາຄໍາສັ່ງ, ຂໍ້ກໍານົດຂອງຄະນະຊີ້ນໍາ 1237 ຂັ້ນຕ່າງໆຢ່າງເຂັ້ມງວດ ແລະຂໍ້ກໍານົດຂອງທ້ອງຖິ່ນປະຈໍາຖິ່ນ, ລະບົບປຶ້ມສະໝຸດບັນຊີ, ບັນທຶກປະຈໍາວັນວຽກງານໄດ້ລົງທະບຽນຢ່າງລະອຽດ, ຈະແຈ້ງ.

ກົມກອງໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາຄະນະ, ຂະແໜງການ, ບັນດາກົມກອງກອງທັບ ລາວ ປະຕິບັດວຽກງານຂົນຂວາຍປະຊາຊົນໃຫ້ເປັນຢ່າງດີ, ກໍາແໜ້ນບໍລິເວນ, ໂຄສະນາຂົນຂວາຍຍາດຕິພີ່ນ້ອງບັນດາເຜົ່າລາວ ສະໜອງຂໍ້ມູນບັນດາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕັ້ງໜ້າສໍາຫຼວດ, ຊອກຫາ ແລະທ້ອນໂຮມບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດໂດຍໄວ.

ລະດູແລ້ງປີ 2016 – 2017, ກອງທ້ອນໂຮມສັງກັດກອງບັນຊາການທະຫານແຂວງ ແທງຮ໋ວາ ໄດ້ຊອກຫາ, ຂຸດເອົາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 18 ຊຸດໃນບໍລິເວນແຂວງຫົວພັນ ຂອງປະເທດເພື່ອນມິດ ລາວ.

 

ແປໂດຍ: ເຈິ່ນຮ່ວຽນ