ແຜນການເລກທີ 7529/ KH-BQP ເພື່ອແນໃສ່ຫັນແຜນການເລກທີ 252 ວັນທີ 11 ພະຈິກ 2013 ຂອງຄະນະຊີ້ນໍາແຫ່ງຊາດໃນການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ເອີ້ນຫຍໍ້ວ່າຄະນະຊີ້ນໍາແຫ່ງຊາດ 1237) ແລະບົດສະຫຼຸບຂອງທ່ານຮອງນາຍົກລັດຖະມົນຕີ-ຫົວໜ້າຄະນະຊີ້ນໍາແຫ່ງຊາດ 1237 ເປັນລະອຽດ, ພ້ອມທັງ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງຄະນະພັກ, ຜູ້ບັນຊາການ, ພະນັກງານ, ນັກຮົບໃນທົ່ວກອງທັບສຳລັບວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ:chinh sachquandoi.gov.vn

ຕາມແຜນການເລກທີ 7529/KH-BQP, ກະຊວງປ້ອງກັນປະເທດໄດ້ກໍານົດບັນດາເນື້ອໃນ, ໜ້າທີ່, ມາດຕະການຢ່າງລະອຽດໃນທຸກດ້ານວຽກງານ: ການຊີ້ນໍາ, ນໍາພາ, ເຊື່ອມຊຶມປະຕິບັດ; ຖະແຫຼງຂ່າວ, ໂຄສະນາກ່ຽວກັບການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ເກັບກໍາ, ເຊື່ອມຕໍ່, ແກ້ໄຂໂຄສະນາກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ; ຍູ້ແຮງການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຈຸດສຸມຢູ່ບໍລິເວນໃນທົ່ວປະເທດ; ເປີດກວ້າງການພົວພັນກັບສາກົນກ່ຽວກັບການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ສົມທົບກັນປະຕິບັດແຜນຮ່າງການກໍານົດຊື່ ແລະນາມສະກຸນຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ; ບູລະນະອົງການຈັດຕັ້ງກໍາລັງຊີ້ນໍາ, ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ວຽກງານປະເມີນຜົນ, ສະຫຼຸບການປະຕິບັດແຜນຮ່າງ 1237...

ໃນແຜນການເລກທີ 7529/KH-BQP ກໍ່ໄດ້ກໍານົດບັນດາເນື້ອໃນ, ໜ້າທີ່, ມາດຕະການສຸມໃສ່ໃນໄລຍະ 2016-2018; ພ້ອມທັງ, ແບ່ງໜ້າທີ່ໃຫ້ແກ່ບັນດາອົງການ, ກົມກອງຈັດຕັ້ງການເຊື່ອມຊຶມ, ການຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ.

ແປໂດຍ: ເກື່ອງດັ້ງ