ຫົວໜ້າຄະນະຜູ້ແທນຊາຍແດນແຂວງກວ້າງບິ່ງ ແລະຫົວໜ້າຄະນະຜູ້ແທນຊາຍແດນແຂວງຄໍາມ່ວນ ໄດ້ລົງນາມໃນບົດບັນທຶກການຮ່ວມມືປີ 2019. ພ້ອມກັນນັ້ນແມ່ນໂຄສະນາ, ເຜີຍແຜ່, ສຶກສາອົບຮົມກ່ຽກກັບກົດໝາຍຂອງແຕ່ລະປະເທດ, ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍແຫ່ງຊາດ ຫວຽດນາມ-ລາວ, ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນຢູ່ເຂດດິນຕໍ່ແຜ່ນຫວຽດນາມ-ລາວ, ຂໍ້ຕົກລົງແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະແຕ່ງງານບໍ່ມີໃບສົມລົດຢູ່ເຂດຊາຍແດນຫວຽດນາມ-ລາວ ໃຫ້ແກ່ພະນັກງານ ແລະປະຊາຊົນສອງແຂວງ, ພິເສດແມ່ນປະຊາຊົນຢູ່ເຂດຊາຍແດນ.

leftcenterrightdel
ພິທີລົງນາມໃນບົດບັນທຶກການຮ່ວມມີລະຫວ່າງແຂວງກ້ວາງບິ່ງ ແລະແຂວງຄໍາມ່ວນ (ລາວ). ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຜ່ານມາ, ເສັ້ນຊາຍແດນລະຫວ່າງແຂວງກວ້າງບິ່ງ ແລະຄໍາມ່ວນ ໄດ້ຮັບການປົກປັກຮັກສາຢ່າງປອດໄພ, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນເຂດຊາຍແດນ, ເສ້ັນຊາຍແດນ ແລະບັນດາຫຼັກໝາຍຊາຍແດນແຫ່ງຊາດ ໄດ້ຮັບປະກັນ. ກໍາລັງທີ່ກ່ຽວຂ້ອງສອງແຂວງ ໄດ້ສົມທົບກັນໃນວຽກງານລາດຕະເວນສອງຝ່າຍເພື່ອປ້ອງກັນເສ້ັນຊາຍແດນ, ຫຼັກໝາຍຊາຍແດນເປັນຢ່າງດີ.

ໂດຍ: ທູຈາງ