ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (3-3-1989 / 3-3-2019) ແລະ 60 ປີແຫ່ງວັນມູນເຊື້ອທະຫານປ້ອງກັນຊາຍແດນ (3-3-1959 / 3-3-2019), ຕອນບ່າຍວັນທີ 19 ກັນຍາ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກ໋ວາງນາມ ໄດ້ພົບປະກັບເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງດີເດັ່ນ 46 ຄົນຢູ່ບັນດາຕາແສງເຂດຊາຍແດນຂອງແຂວງ.

ແຂວງກ໋ວາງນາມ ມີເສັ້ນຊາຍແດນ ຫວຽດນາມ-ລາວ ຍາວກ່ວາ 157 ກມ, ໄປຜ່ານສອງເມືອງນາມຢາງ ແລະ ໄຕຢາງ. ໃນໄລຍະຜ່ານມາ, ພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ກ໋ວາງນາມ ຍາມໃດກໍ່ໄດ້ຮັບການອຸ້ມຊູ່ຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກຈາກພະນັກງານ, ປະຊາຊົນຢູ່ເຂດຊາຍແດນ, ໂດຍສະເພາະແມ່ນບັນດາເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງ.

ທ່ານພັນໂທ ຫງວຽນຊວນແບກ, ກຳມະການການເມືອງທະຫານປ້ອງກັນຊາຍແດນແຂວງກ໋ວາງນາມ ຢັ້ງຢືນວ່າ: ບັນດາເຈົ້າກົກເຈົ້າເຫຼົ່າ, ຜູ້ມີອິດທິພົນຊື່ສຽງມີບົດບາດສຳຄັນໃນການຂົນຂວາຍປະຊາຊົນລົບລ້າງບັນດາຮີດຄອງປະເພນີທີ່ຫຼ້າຫຼັງ; ປຸກລະດົມໃຫ້ລູກຫຼານໄປເຂົ້າໂຮງຮຽນຖືກຕາມເກນອາຍຸ, ນຳໜ້າໃນການສ້າງ, ການດຳລົງຊີວິດແບບໃໝ່, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບ້ານ, ບໍ່ເຄື່ອນຍ້າຍແບບຊະຊາຍ. ບັນດາວຽກງານທີ່ເຕັມໄປດ້ວຍຄວາມໝາຍນີ້ໄດ້ປະກອບສ່ວນສຳຄັນໃນວຽກງານການສ້າງທ່າຮົບໃນໃຈຂອງປະຊາຊົນ ແລະພື້ນຖານທົ່ວປວງຊົນປ້ອງກັນຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ.

ຄັດຈາກ: vovworld