ມາຮອດທາງສາມແຍກ ດົງໂລກ, ບັນດານັກຮຽນ, ນັກສຶກສາໄດ້ເຫັນປະຈັກຕາບັນດາຮ່ອງຮອຍສົງຄາມ ແລະຮັບຟັງບັນດາວິລະກໍາພິລະອາດຫານຂອງທະຫານ ແລະປະຊາຊົນຫວຽດນາມ, ການເສຍສະຫຼະຊີວິດອັນພິລະອາດຫານຂອງຊາວໜຸ່ມຕະລຸມບອນຍິງ 10 ຄົນຢູ່ທາງສາມແຍກດົງໂລກ.

leftcenterrightdel
ຄະນະຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດມາຖະຫວາຍດອກໄມ້ຢູ່ເຂດສຸສານຊາວໜຸ່ມຕະລຸມບອນຍິງທີ່ເສຍສະຫຼະຊີວິດເພື່ອຊາດ 10 ຄົນຢູ່ເຂດປູຊະນີຍະສະຖານທາງສາມແຍກ ດົງລົກ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດານັກຮຽນ, ນັກສຶກສາມາຈາກ 30 ປະເທດ ແລະເຂດແຄວ້ນເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ ປີ 2018 ທີ່ດໍາເນີນແຕ່ວັນທີ 10-25 ກໍລະກົດ.

leftcenterrightdel
ຄະນະຖ່າຍຮູບເປັນທີ່ລະນຶກຢູ່ອະນຸສາວະລີປະທານ ໂຮ່ຈິມິນ ຢູ່ນະຄອນ ວີງ. ພາບ: quehuongonline.

ກ່ອນໜ້ານັ້ນ, ວັນທີ 14 ກໍລະກົດ, ຄະນະຊາວໜຸ່ມ, ເຍົາວະຊົນຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ໄປຢ້ຽມຢາມບ້ານເກີດປະທານ ໂຮ່ຈິມິນ ແລະເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີປະໂຫຍດຫຼາຍຢ່າງ. ຄະນະໄດ້ໄປຖະຫວາຍດອກໄມ້ອາໄລຫາການນຳຜູ້ທີ່ປີຊາສາມາດຂອງຊາດຫວຽດນາມ ຢູ່ສະໜາມຫຼວງ ໂຮ່ຈິມິນ, ນະຄອນ ວີງ; ສືບຕໍ່ເດີນທາງໄປບ້ານແຊນ, ນາມດ່ານ ເຊິ່ງແມ່ນບ້ານເກີດຂອງປະທານ ໂຮ່ຈິມິນ...

leftcenterrightdel
ບັນດາເພື່ອນໜຸ່ມເຂົ້າຢ້ຽມຢາມເຮືອນຂອງປະທານ ໂຮ່ຈິມິນ ຢູ່ບ້ານ ແຊນ. ພາບ: quehuongonline.

ເນື່ອງໃນໂອກາດນີ້, ຄະນະໄດ້ໄປຢ້ຽມຢາມ ແລະມອບຂອງຂວັນ 10 ພູດໃຫ້ແມ່ຫວຽດນາມວິລະຊົນ 2 ຄົນ ແລະ 8 ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນນະຄອນ ວີງ, ຂອງຂວັນແຕ່ລະພູດມີມູນຄ່າ 2 ລ້ານດົ່ງ.

 

ແປໂດຍ: ຫງວຽນກຸກ