ທ່ານພົນຕີ ເຈິ່ນກວາງແຄ໋ງ, ອະດີດຫົວໜ້າຫ້ອງການຄະນະພັກການທະຫານສູນກາງ - ຫ້ອງການກະຊວງປ້ອງກັນປະເທດ: ວັນທີ 30 ເມສາ 1975 ໄດ້ສ້າງປະຫວັດສາດຫວຽດນາມ ແລະໂລກ.

ໃນໄລຍະທີ່ພວມປະຕິບັດງານ, ຂ້າພະເຈົ້າເຫັນວ່າບັນດາບັນຫາໃຫຍ່ຄືປັບປຸງພາກເໜືອພາຍຫຼັງສົງຄາມ, ກະກຽມ ແລະຍູ້ແຮງການຕໍ່ຕ້ານຢູ່ພາກໃຕ້ເທື່ອລະກ້າວໂດຍໄດ້ກົມການເມືອງ ແລະຄະນະພັກການທະຫານສູນກາງເອົາໃຈໃສ່ທີ່ສຸດ. ຕາມນັ້ນແລ້ວ, ແຜນນະໂຍບາຍຂອງພັກເຮົາແມ່ນຮັບເອົາ ແລະບໍລິຫານພາກເໜືອ, ຮັບເອົາ ແລະບໍລິຫານຮ່າໂນ້ຍແລ້ວ, ຫຼັງຈາກນັ້ນຈຶ່ງດໍາເນີນການປົດປ່ອຍພາກໃຕ້ຫວຽດນາມ.

leftcenterrightdel
                               ທ່ານພົນຕີ ເຈິ່ນກວາງແຄ໋ງ. ພາບ: ແຄ໋ງຮວ່ຽນ

ພັກກອມມູນິດຫວຽດນາມ ມີແຜນນະໂຍບາຍດໍາເນີນບັ້ນບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນລະດູບານໃໝ່ ປີວອກ 1968 ເພື່ອເຮັດໃຫ້ສັດຕູອ່ອນເພຍລົງ ແລະບາດກ້າວຕໍ່ໄປແມ່ນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.

ປີ 1972, ອາເມລິກາ ຄິດວ່າຢາກບຸກໂຈມຕີເຂົ້າຄວາມຕັດສິນໃຈປົດປ່ອຍພາກໃຕ້ຂອງທະຫານ ແລະປະຊາຊົນຫວຽດນາມ ນັ້ນຕ້ອງບຸກໂຈມຕີໃຫ້ພາກເໜີືອຖືກປະລາໄຊ, ນໍາພາກເໜືອກັບຄືນສູ່ຍຸກຫີນ, ບໍ່ມີກໍາລັງແຮງ ເພື່ອເສີມກຳລັງໃຫ້ພາກໃຕ້. ເພື່ອຮັບມືກັບກົນອຸບາຍຂອງພວກສັດຕູຜູ້ຮຸກຮານ, ພັກກອມມູນິດຫວຽດນາມ ມີແຜນນະໂຍບາຍບຸກໂຈມຕີໃຫ້ອາເມລິກາ ຖືກປະລາໄຊຢູ່ພາກເໜືອ ຫຼັງຈາກນັ້ນສືບຕໍ່ເຮັດໃຫ້ພວກມັນຖືກປະລາໄຊຢູ່ພາກໃຕ້, ສະນັ້ນວຽກງານກະກຽມໃຫ້ແກ່ການຕໍ່ສູ້ນີ້ແມ່ນຮອບຄອບຖີ່ຖ້ວນທີ່ສຸດ. ກຳລັງເຮືອບິນຂອງ ອາເມລິກາ ຫຼາຍລຳຖືກທະຫານ ແລະປະຊາຊົນຫວຽດນາມ ຍິງຕົກຢູ່ຮ່າໂນ້ຍ. ຍິງເຮືອບິນຫຼາຍລຳຕົກຈະເຮັດໃຫ້ກົນອຸບາຍຂອງ ອາເມລິກາ ຖືກປະລາໄຊ, ສະພາບການຢູ່ພາກໃຕ້ຈະສະດວກກວ່າ. ຫຼັງຈາກນັ້ນພາກໃຕ້ຫວຽດນາມ ກໍ່ໄດ້ຮັບການປົດປ່ອຍ, ທ້ອນໂຮມປະເທດຊາດເປັນເອກະພາບ.

ການຕໍ່ສູ້ຕ້ານພວກສັດຕູຜູ້ຮຸກຮານຂອງກອງທັບ ແລະປະຊາຊົນເຮົາໄດ້ສິ້ນສຸດລົງດ້ວຍໄຊຊະນະ ແລະວັນທີ 30 ເມສາ 1975 ໄດ້ສ້າງປະຫວັດສາດຂອງໂລກ ແລະຫວຽດນາມ.

ນັກຮົບເກົ່າ ເຈິ່ນຢຸຍແທງ: ຫວນຄືນອະດີດ ເພື່ອນັບຖືຄຸນຄ່າຂອງສັນຕິພາບ, ເອກະລາດ, ອິດສະລະພາບ

ພວກຂ້າພະເຈົ້າເອກອ້າງທະນົງໃຈຍ້ອນແມ່ນລຸ້ນນັກສຶກສາທີ່ອອກຈາກໂຮງຮຽນໄປເຖິງສະໜາມຮົບໃນປີ 1972. ຈາກນັກສຶກສາຜູ້ໜຶ່ງກາຍເປັນນັກຮົບຂອງກອງພົນໃຫຍ່ 2, ໃນໃຈຂອງຂ້າພະເຈົ້າມີຄວາມສະເທືອນໃຈຫຼາຍຢ່າງ, ຊຸມເດືອນປີຢູ່ສະໜາມຮົບແມ່ນໄລຍະສວຍງາມທີ່ສຸດ ແລະບໍ່ສາມາດຫຼົງລືມໄດ້ຂອງລຸ້ນນັກສຶກສາພວກຂ້າພະເຈົ້າໃນຄາວນັ້ນ.

leftcenterrightdel
                             ນັກຮົບເກົ່າ ເຈິ່ນຢຸຍແທງ. ພາບ: ແຄ໋ງຮວ່ຽນ.

ມື້ນັ້ນ, ກົມກອງຂອງພວກຂ້າພະເຈົ້າຕົ້ນຕໍແມ່ນຕໍ່ສູ້ຢູ່ສະໜາມຮົບ ຈີ້ທຽນເຫວ້. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດຍ້ອນມີສະຫາຍຫົວໜ້າກອງຮ້ອຍເປັນກຽດໄດ້ໄປປັກທຸງຢູ່ຫຼັງຄາທໍານຽບເອກະລາດໃນຕອນທ່ຽງວັນທີ 30 ເມສາ 1975.

ໄຊຊະນະໃນວັນທີ 30 ເມສາ 1975 ແມ່ນກໍາລັງແຮງບໍ່ພຽງແຕ່ຂອງຄົນໃດຄົນໜຶ່ງເທົ່ານັ້ນ, ຫາກຍັງແມ່ນກໍາລັງແຮງຂອງທົ່ວປວງຊົນທັງຊາດອີກດ້ວຍ. ຄວາມເອກອ້າງທະນົງໃຈກ່ຽວກັບອະດີດ, ຄວາມນຶກຄິດກ່ຽວກັບຊຸມເດືອນປີສົງຄາມແມ່ນລໍາບາກກາກກໍາ ແຕ່ທົ່ວປວງຊົນທັງຊາດໄດ້ເປັນຈິດໜຶ່ງໃຈດຽວກັນຜ່ານຜ່າ, ຊະນະສັດຕູແຂງທີ່ສຸດຢູ່ໃນໂລກແມ່ນເພື່ອຮັບຮູ້ເຖິງຄຸນຄ່າຂອງສັນຕິພາບ, ເອກະລາດ, ອິດສະລະພາບ.

ນັກຮົບເກົ່າ ເລຊວນຫວີ໊ (ຮ່າໂນ້ຍ): ກອງທັບປະຊາຊົນຫວຽດນາມ ແມ່ນກອງທັບວິລະຊົນ

ທ້າຍປີ 1970, ຕົ້ນປີ 1971, ຂ້າພະເຈົ້າເຂົ້າເປັນທະຫານຢູ່ກອງພົນ 304 ແລະເຂົ້າຮ່ວມບັ້ນຮົບ ກວາງຈີ້ ປີ 1972. ນີ້ແມ່ນບັ້ນຮົບດ້ວຍ 81 ວັນ ແລະຄືນຕໍ່ສູ້ຢ່າງດຸເດືອດຂອງທະຫານ ແລະປະຊາຊົນເຮົາຕ້ານພວກສັດຕູຜູ້ຮຸກຮານ.

leftcenterrightdel
                             ນັກຮົບເກົ່າ ເລຊວນຫວີ໊. ພາບ: ແຄ໋ງຮວ່ຽນ

ໂດຍແມ່ນໜຶ່ງໃນບັນດານາຍທະຫານຂອງກອງທັບປະຊາຊົນຫວຽດນາມ ເຄີຍຜ່ານສົງຄາມຕ້ານອາເມລິກາ, ເມື່ອຮອດໂອກາດສະເຫຼີມສະຫຼອງແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ, ໃນໃຈຂອງຂ້າພະເຈົ້າພັດມີຄວາມຕື້ນຕັນໃຈ, ມີຄວາມເອກອ້າງທະນົງໃຈຫຼາຍຢ່າງ. ປຽບເໝືອນດັ່ງຂ້າພະເຈົ້າໄດ້ກັບຄືນສູ່ໄລຍະປະຫວັດສາດແຫ່ງຊາດກ່ອນນີ້ກວ່າ 40 ປີ.

 

ແປໂດຍ: ຫງວຽນກຸກ