ຕາມນັ້ນແລ້ວ, ໃນປີ 2017, ສູນອະນຸລັກຮັກສາມໍລະດົກ ທັງລອງ-ຮ່າໂນ້ຍ ສົມທົບກັບສະຖາບັນຄົ້ນຄ້ວາປະຫວັດສາດເດີມ  ໄດ້ດຳເນີນການສຳຫຼວດຂຸດຄົ້ນວັດຖຸບູຮານເຂດຕາເວັນອອກພື້ນວັງກີ໋ງທຽນ ດ້ວຍເນື້ອທີ່ທັງໝົດເກືອບ 1.000m2. ພາຍຫຼັງເກືອບ 1 ປີແຫ່ງການສຳຫຼວດຂຸດຄົ້ນວັດຖຸບູຮານ, ຄົ້ນຄ້ວາປັບປຸງ, ບັນດານັກວິທະຍາສາດໄດ້ຈັດຕັ້ງກອງປະຊຸມສຳມະນາເພື່ອປະກາດໝາກຜົນກໍ່ຄື ໃຫ້ຂໍ້ສັງເກດບາດກ້າວທຳອິດກ່ຽວກັບລັກສະນະ, ສະໄໝ, ຂະໜາດ, ພາລະບົດບາດ ແລະຄຸນຄ່າຂອງບັນດາປູຊະນີຍະສະຖານໄດ້ພົບເຫັນໃນການຂຸດຄົ້ນ.

ການຂຸດຄົ້ນວັດຖຸບູຮານໄດ້ເຮັດໃຫ້ຊັ້ນວັດທະນະທຳໜາເກືອບ 4,50m ປະກົດຕົວດ້ວຍບັນດາຊັ້ນວັດທະນະທຳມີອາຍຸປະມານຈາກສະໄໝ ດ້າຍລາ, ຜ່ານບັນດາສະໄໝ ລີ໋, ເຈີ່ນ, ເລ, ຫງວຽນ ມາຮອດສະໄໝປັດຈຸບັນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ: ຢ້ຽວທູ໋ຍ.

ທ່ານ ຮສຈ.ປອ ຕົ໋ງຈູງຕີ໋ນ, ປະທານສະມາຄົມຂຸດຄົ້ນວັດຖຸບູຮານຫວຽດນາມ ໃຫ້ຮູ້ວ່າ, ການຂຸດຄົ້ນວັດຖຸບູຮານ ໄດ້ຊອກເຫັນວັດຖຸບູຮານປະເພດຕ່າງໆລວມມີເຄື່ອງປັ້ນດິນເຜົາ, ເຄື່ອງໄມ້, ເຄື່ອງໂລຫະ.

ບັນດາວັດຖຸບູຮານເຫຼົ່ານີ້ໄດ້ເຮັດແຈ້ງຕື່ມກ່ຽວກັບປະເພດດິນຂໍມັງກອນທີ່ເອົາມາມຸງວັງ ກີ໋ງທຽນ ຂອງມະຫາກະສັດສະໄໝ ເລເຊີ. ນອກຈາກນັ້ນ, ບັນດານັກຂຸດຄົ້ນປະຫວັດສາດເດີມກໍ່ຊອກເຫັນຖ້ວຍມີຮູບມັງກອນຫຼາຍໃບ, ນົກຫົງທີ່ໂດດເດັ່ນຂອງສະຕະວັດທີ XVI.

ທີ່ກອງປະຊຸມສຳມະນາບັນດານັກວິທະຍາສາດ ໄດ້ໃຫ້ຂໍ້ສັງເກດວ່າ, ບັນດາຮ່ອງຮອຍສະຖາປັດຕະຍາກຳ ແລະລະບົບວັດຖຸບູຮານທີ່ໄດ້ພົບເຫັນໃນການຂຸດຄົ້ນວັດຖຸບູຮານໃນປີ 2017 ສືບຕໍ່ສ່ອງແສງໃຫ້ເຫັນການຜັນແປສັບສົນຂອງບັນດາປູຊະນີຍະສະຖານປະຫວັດສາດ ແລະວັດທະນະທຳ ທັງລອງ-ຮ່າໂນ້ຍ ໃຕ້ພື້ນດິນ. ຜ່ານນັ້ນ, ບັນດາປູຊະນີຍະສະຖານ ໄດ້ຊອກເຫັນນັ້ນ  ໄດ້ເຮັດແຈ້ງຕື່ມບັນດາຄຸນຄ່າທີ່ໃຫຍ່ຫຼວງ, ເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນດ້ວຍ 3 ມາດຕະຖານທີ່ພົ້ນເດັ່ນທົ່ວໂລກຂອງມໍລະດົກໂລກ ຢູ່ສູນພະລາຊະວັງທັງລອງ ແລະປະກອບສ່ວນຄົ້ນຄ້ວາ, ຟື້ນຟູຂົງເຂດວັງ ກີ໋ງທຽນ ສະໄໝ ເລ.

leftcenterrightdel
 
leftcenterrightdel
 
leftcenterrightdel
ບາງປູຊະນີຍະສະຖານປະຫວັດສາດທີ່ໄດ້ຄົ້ນພົບ. ພາບ: ຢ້ຽວທູ໋ຍ.

 

ແປໂດຍ: ກວຽດເຕີມ