ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1, ແຕ່ກ່ອນແມ່ນໂຮງຮຽນ T2 - ມີໜ້າທີ່ບໍາລຸງສ້າງວັດທະນະທໍາໃຫ້ແກ່ບັນດານັກຮຽນທີ່ມາຈາກປະເທດລ້ານຊ້າງ. ປະຈຸບັນ, ພ້ອມກັບການບໍາລຸງສ້າງພາສາລາວໃຫ້ແກ່ບັນດາເປົ້າໝາຍນັກສໍາມະນາກອນ, ການນໍາ, ຜູ້ບັນຊາການທຸກຂັ້ນ ແລະຖັນແຖວພະນັກງານ, ຄູອາຈານໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ຍາມໃດກໍ່ກໍານົດ, ຮັກສາບັນດາຄວາມຊົງຈໍາ, ຮູບພາບ, ວັດຖຸພັນກ່ຽວກັບໂຮງຮຽນ T2  ແມ່ນວຽກງານແທດຈິງ ເພື່ອແນໃສ່ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສັດຊື່ບໍລິສຸດ, ໂປ່ງໃສ, ນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບເລິກເຊິ່ງ ແລະໝັ້ນແກ່ນກວ່າ.

leftcenterrightdel
 ອະດີດນັກຮຽນລາວ ຮຽນໃນຫ້ອງ 6 ໂຮງຮຽນ T2,  ປີ 1972. ພາບຖ່າຍຄືນ. 

ທ່ານພັນເອກພິເສດ ຫງວຽນຂັກເລີມ, ຜູ້ອໍານວຍການໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ແບ່ງປັນວ່າ: ຈາກໂຮງຮຽນ T2 ນີ້, ໄດ້ມີນັກຮຽນລາວຫຼາຍຄົນເຕີບໃຫຍ່, ມີຫຼາຍຄົນໄດ້ກາຍເປັນການນໍາພັກ, ລັດ ແລະນາຍທະຫານຂັ້ນສູງໃນກອງທັບ ແລະປ້ອງກັນຄວາມສະຫງົບປະເທດເພື່ອນມິດ. ໃນຊຸມປີຜ່ານມາ, ມີອະດີດນັກຮຽນຫຼາຍຄົນໄດ້ກັບມາຢ້ຽມຢາມໂຮງຮຽນ, ຫວນຄືນຄວາມຊົງຈໍາເກົ່າດ້ວຍຄວາມສະເທືອນໃຈ.

ໂດຍສະໜັບສະໜູນຄວາມມຸ່ງມາດປາດຖະໜາຂອງບັນດາອະດີດນັກຮຽນລາວ, ການນໍາທຸກຂັ້ນໄດ້ເຫັນດີໃຫ້ກໍ່ສ້າງອະນຸສອນສະຖານຂອງອະດີດນັກຮຽນລາວຫຼາຍຮຸ່ນຄົນຢູ່ຂ້າງເຮືອນມູນເຊື້ອໃນບໍລິເວນໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1. ອະນຸສອນສະຖານມີສອງຊັ້ນ, ອອກແບບຕາມສະຖາປັດຕະຍະກໍາສະເພາະຂອງລາວ, ເປີດນໍາໃຊ້ໃນວັນທີ 17 ກໍລະກົດ 2012.

leftcenterrightdel
ທ່ານພົນໂທ ສຸວອນ ເລືອງບຸນມີ, ອະດີດນັກຮຽນໂຮງຮຽນ T2,  ພ້ອມດ້ວຍພັນລະຍາ, ຖ່າຍຮູບພ້ອມກັບບັນດາຜູ້ແທນຢູ່ຕໍ່ໜ້າອະນຸສອນສະຖານອະດີດນັກຮຽນລາວ. ພາບ: ຮວ່າງຮ່າ.

ໃນຫ້ອງໃຫຍ່ເທິງຊັ້ນສອງມີປະຕິມາກຳທຸງຊາດຂອງສອງປະເທດຫວຽດນາມ, ລາວ,  ຢູ່ລຸ່ມແມ່ນຮູບປະທານ ໂຮ່ຈິມິນ ຕ້ອນຮັບປະທານ ໄກສອນ ພົມວິຫານ, ຫົວໜ້າຄະນະຜູ້ແທນພັກ ແລະແນວລາວຮັກຊາດ ມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ເມື່ອປີ 1966.

ວັດຖຸພັນໂດຍບັນດາອະດີດນັກຮຽນລາວ ມອບໃຫ້ໂຮງຮຽນ ແລະວາງສະແດງຢູ່ທີ່ນີ້ໄດ້ສ່ອງແສງໃຫ້ເຫັນສ່ວນໃດສ່ວນໜຶ່ງສີສັນທີ່ເປັນເອກະລັກສະເພາະໃນການດຳລົງຊີວິດ, ວັດທະນະທໍາຂອງປະຊາຊົນລາວບັນດາເຜົ່າ. ນີ້ແມ່ນຄູ່ຊ້າງເຮັດດ້ວຍໄມ້ຂອງນັກຮຽນລາວ 2 ຄົນທີ່ຮຽນວັດທະນະທໍາ ຢູ່ໂຮງຮຽນ T2 ເມື່ອປີ 1979... ພິເສດແມ່ນ, ມີຫຼຽນໄຊມິດຕະພາບໂດຍປະທານປະເທດແຫ່ງ ສປປ ລາວ ປະດັບໃຫ້ໂຮງຮຽນເມື່ອປີ 2013 ຍ້ອນໄດ້ປະກອບສວ່ນສໍາຄັນເຂົ້າໃນການພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມື.

leftcenterrightdel
ທ່ານພົນໂທ ສຸວອນ ເລືອງບຸນມີ ແລະພັນລະຍາ ຢ້ຽມຊົມອະນຸສອນສະຖານອະດີດນັກຮຽນລາວ. ພາບ: ຮວ່າງຮ່າ.

ເດືອນ ມີນາ ນີ້, ມີນັກຮຽນຜູ້ໜຶ່ງທີ່ຮຽນຢູ່ໂຮງຮຽນ T2 ແຕ່ປີ 1969 ຮອດປີ 1975 ໄດ້ກັບມາຢ້ຽມຢາມໂຮງຮຽນ. ນັ້ນແມ່ນທ່ານພົນໂທ ສຸວອນ ເລືອງບຸນມີ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
ທ່ານພົນໂທ ສຸວອນ ເລືອງບຸນມີ ພ້ອມກັບການນໍາໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1 ປູກຕົ້ນໄມ້ທີ່ລະນຶກໃນບໍລິເວນອະນຸສອນສະຖານອະດີດນັກຮຽນລາວ. ພາບ: ຮວ່າງຮ່າ.

ທ່ານພົນໂທ ສຸວອນ ເລືອງບຸນມີ ແບ່ງປັນກັບທຸກຄົນບັນດາຄວາມຊົງຈໍາອັນເລິກເຊິ່ງໃນໄລຍະຮຽນຢູ່ທີ່ນີ້; ຫວນຄືນຊຸມວັນທີ່ເອື້ອຍຄູ, ພ້ອມກັບນັກຮຽນໄປອົບພະຍົບຢູ່ບັນດາທ້ອງຖິ່ນໃກ້ຄຽງເພື່ອຫຼົບລີ້ຍົນອາເມລິກາ ຖີ້ມລະເບີດ ແລະໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫຼືອຈາກພໍ່ແມ່ປະຊາຊົນ... ໄປຢ້ຽມຢາມອະນຸສອນສະຖານ, ທ່ານພົນໂທ ສຸວອນ ເລືອງບຸນມີ ໄດ້ຢຸດໄວ້ດົນສົມຄວນຢູ່ຕໍ່ໜ້າຮູບແຜ່ນໜຶ່ງເພື່ອຊົມເບິ່ງໃບໜ້າໝູ່ເພື່ອນທີ່ເຄີຍຮຽນໃນຫ້ອງ 6 ຂອງໂຮງຮຽນ T2 ເມື່ອປີ 1972. ບັນດາພວກນ້ອງນ້ອຍນັກຮຽນນັ້ນຢືນຢູ່ຕໍ່ໜ້າລະບຽງຫ້ອງ, ຢູ່ເທິງມີແຖວໜັງສື “ນໍ້າໃຈມິດຕະພາບ ຫວຽດນາມ-ລາວ ໝັ້ນຍືນ”.

 

ແປໂດຍ: ເຈິ່ນຮວ່ຽນ