ທ້າຍເດືອນ 3, ບ້ານ ຟຸກດິ່ງ (ຟຸກຮ່ວາ, ເຕີນອຽນ, ບັກຢາງ). ມີເຮືອນຫຼັງໜຶ່ງຕັ້ງຢູ່ກາງໂນນພູໝາກລີ້ນຈີ່. ນັ້ນແມ່ນເຮືອນຂອງແມ່ ໂງທິຮຸ່ງ, ເຊິ່ງແມ່ນເມຍທະຫານທີ່ເສຍສະຫຼະຊີວິດເພື່ອຊາດຕ້ານຈັກກະພັດ ອາເມລິກາ. ໃນເຮືອນຫຼັງນັ້ນຍັງເຕັມໄປດ້ວຍອານຸສອນ ແລະຮູບພາບຂອງບັນດາເດັກນ້ອຍຄົນລາວ, ເຊິ່ງໜຶ່ງໃນຈໍານວນເດັກນ້ອຍເຫຼົ່ານັ້ນພວມຢູ່ໃນໄລຍະທາງມາຊອກຫາແມ່ຜູ້ທີສອງ, ຄອບຄົວທີສອງ, ບ້ານເກີດເມືອງນອນທີສອງຂອງຕົນ. ເດັກນ້ອຍຄົນລາວ ໃນຄາວນັ້ນມາໃນປະຈຸບັນແມ່ນນາຍພົນ-ພົນໂທ ສຸວອນ ເລືອງບຸນມີ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ. ອ້າຍນ້ອງສອງສາມຄົນຂອງທ່ານ ບຸ່ຍກວາງຕ໋ຽນ (ລູກຊາຍປ້າ ໂງທິຮຸ່ງ) ລຸກໆນັ່ງໆຢູ່ບໍ່ເປັນສຸກສາຍຕາກໍ່ຈ້ອງມອງໄປທາງຂຶ້ນມາເຮືອນຂອງຕົນ. ກ່ອນນີ້ 46 ປີ, ຕ໋ຽນ ແລະສຸວອນ ເລືອງບຸນມີ ປຽບເໝືອນຮູບກັບເງົາໄປໃສກໍ່ໄປນຳກັນ, ກໍ່ເຂົ້າໃຈງ່າຍຢູ່ຍ້ອນວ່າສອງຄົນມີອາຍຸເທົ່າກັນ.

ສຽງລົດໂອໂຕທີ່ນັບມື້ນັບດັງຂຶ້ນ ແລະແລ້ວຮູບພາບທີ່ຄອບຄົວແມ່ຮຸ່ງ ແລະທັງບ້ານນ້ອຍນີ້ລໍຄອຍກໍ່ສະແດງອອກໃນສາຍຕາຂອງທຸກຄົນ. ໃນເຄື່ອງແບບທະຫານກອງທັບປະຊາຊົນ ປະຕິວັດ ລາວ, ທ່ານພົນໂທ ສຸວອນ ເລືອງບຸນມີ ຟ້າວຍ່າງເຂົ້າໄປໃນເຮືອນແລ້ວກອດ ທ່ານ ຕ໋ຽນ ແລະອ້າຍນ້ອງສອງຄົນທີ່ຢູ່ທາງຫຼັງ.

leftcenterrightdel
ທ່ານພົນໂທ ສຸວອນ ເລືອງບຸນມີ ໃນເວລາທີ່ພົບປະກັບແມ່ລ້ຽງ ໂງທິຮຸ່ງ. ພາບ: ຮວ່າງຮ່າ

ຢູ່ເທິງເຮືອນ, ແມ່ຮຸ່ງ ເອົາມືສີຕາເພື່ອໃຫ້ເບິ່ງເຫັນແຈ້ງກວ່າ, ແລ້ວເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ນັ້ນແມ່ນບັກ ວອນ ແລ້ວ”. ທ່ານ ແລ່ນຂຶ້ນໄປລະບຽງເຮືອນແລ້ວກອດເອົາແມ່. ນໍ້າຕາແມ່ໄຫຼລົງອາບແກ້ມ. ອົດກັ້ນຄວາມຮູ້ສຶກໄວ້, ຫຼັງຈາກນັ້ນທ່ານພົນໂທ ສຸວອນ ເລືອງບຸນມີ ຈຶ່ງເວົ້າຂຶ້ນວ່າ: “ແມ່ເອີຍ, ແມ່ແຂງແຮງດີບໍ?”. ທຸກຄົນໃນຄອບຄົວ ແລະພໍ່ແມ່ປະຊາຊົນບ້ານໃກ້ເຮືອນຄຽງແມ່ນໃຜກໍ່ຕື້ນຕັນໃຈ. ນັ້ນແມ່ນອາລົມຈິດຂອງບັນດາຍາດຕິພິ່ນ້ອງຕ້ອນຮັບຄົນໃນເຮືອນດົນໆຈຶ່ງກັບມາ.

ໃນເຮືອນ, ບັນດາຮູບພາບຜົວເມຍທ່ານພົນໂທ ສຸວອນ ເລືອງບຸນມີ ແລະລູກສາວຖ່າຍຮູບລວມກັບຄອບຄົວໃນເວລາກັບມາຢ້ຽມຢາມປີ 2015 ໄດ້ແຂວນໄວ້ຢູ່ຝາເຮືອນເພື່ອໄວ້ໃຫ້ແມ່ຮຸ່ງ ຫາຍຄວາມຄິດຮອດລູກໃນຍາມຢູ່ຫ່າງໄກ. ຫາກໍ່ນັ່ງລົງຕັ່ງ, ທ່ານພົນໂທ ສຸວອນ ເລືອງບຸນມີ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ດຶງແຂນຜູ້ຊາຍຄົນໜຶ່ງເຂົ້າມາໃກ້ໆ, ແລ້ວເວົ້າວ່າ: “ແມ່ເອີຍ, ລູກສາວຂອງລູກເອົາຜົວແລ້ວ. ນີ້ແມ່ນຫຼານເຂີຍຂອງແມ່”. ແມ່ຮຸ່ງ ຈັບມືຊາຍໜຸ່ມຄົນນັ້ນ, ແລ້ວເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ຄັນຊັ້ນແມ່ມີຫຼານຄົນໜຶ່ງຕື່ມອີກແລ້ວ”.

ປີ 1972, ຍ້ອນລະເບີດ ອາເມລິກາ ຖີ້ມລົງໃສ່ຢ່າງດຸເດືອດ, ສະນັ້ນໂຮງຮຽນ T2 - ເຊິ່ງແມ່ນບ່ອນທີ່ສອນວັດທະນະທໍາໃຫ້ແກ່ນັກຮຽນລາວ, ຕ້ອງຍົກຍ້າຍນັກຮຽນໄປຢູ່ບາງທ້ອງຖິ່ນ. ມາຮໍ່າຮຽນຢູ່ຫວຽດນາມ ແຕ່ປີ 1969, ໂດຍປະຕິບັດຕາມແຜນນະໂຍບາຍຍົກຍ້າຍຂອງໂຮງຮຽນ, ສຸວອນ ເລືອງບຸນມີ ພ້ອມດ້ວຍບັນດາໝູ່ເພື່ອນໃນໂຮງຮຽນໄດ້ໄປຢູ່ບ້ານ ຟຸກດິ່ງ, ຕາແສງ ຟຸກຮວ່າ, ເມືອງ ເຕີນອຽນ, ແຂວງ ບັກຢາງ. ກໍ່ຄືບັນດາຄອບຄົວອື່ນຢູ່ທ້ອງຖິ່ນ, ຄອບຄົວແມ່ ໂງທິຮຸ່ງ ຮັບເອົານັກຮຽນສາມຄົນມາລ້ຽງ, ໃນນັ້ນມີທ້າວ ສຸວອນ ເລືອງບຸນມີ. ຮູ້ສຶກໄດ້ອາລົມຈິດຂອງຄອບຄົວທີ່ມີກັບຕົນ, ສຸວອນ ເລືອງບຸນມີ ໄດ້ຮັບແມ່ຮຸ່ງ ເປັນແມ່ລ້ຽງ ແລະບັນດາສະມາຊິກໃນຄອບຄົວໄດ້ເອີ້ນເພິ່ນດ້ວຍຊື່ທີ່ສະໜິດສະໜົນວ່າ “ວອນ”.

leftcenterrightdel
ທ່ານພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍພັນລະຍາໂອ້ລົມກັບແມ່ລ້ຽງ. ພາບ: ຮວ່າງຮ່າ

“ພໍ່ຂ້າພະເຈົ້າແມ່ນທະຫານເສຍສະຫຼະຊີວິດເພື່ອຊາດ, ໄດ້ເສຍສະຫຼະຊີວິດປີ 1967. ພວມດໍາລົງຊີວິດໃນສະພາບທີ່ແມ່ເປັນແມ່ໝ້າຍ, ລູກກຳພ້າ, ມີອ້າຍນ້ອງຄົນລາວມາຢູ່ນໍາອີກ 3 ຄົນພວກຂ້າພະເຈົ້າຮູ້ສຶກມ່ວນຫຼາຍ. ເຖິງວ່າເສດຖະກິດຄອບຄົວປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ອ້າຍນ້ອງກິນເຜືອກ, ກິນມັນຕົ້ນເພື່ອໃຫ້ມີເຫື່ອແຮງໄປໂຮງຮຽນກໍ່ຕາມແຕ່ວ່າຍາມໃດກໍ່ສາມັກຄີ ແລະຮັກແພງກັນຫຼາຍ”, ທ່ານ ບຸ່ຍກວາງຕ໋ຽນ ໄດ້ແບ່ງປັນຄວາມໃນໃຈ. ໃນຄວາມຊົງຈໍາຂອງທ່ານ, ຮູບພາບອ້າຍ ວອນ ຜິວດໍາ, ຮ່າງກາຍອ້ວນໆ, ເຄີຍນຸ່ງເສື້ອກ້າມ, ໂສ້ງຂາສັ້ນ, ຄໍພາຍສາຍປືນເອົານ້ອງໄປຫຼີ້ນໃນບ້ານ, ໄປຍິງນົກ, ຈັບໂຕງູ, ໂຕກຸ້ງ, ໂຕປູ. ຊຸມມື້ທີ່ແມ່ໄປນານັ້ນອ້າຍ ວອນ ຍາມໃດກໍ່ໄດ້ເບິ່ງນ້ອງຊາຍຫຼ້າຊ່ວຍແມ່.

ທຸກຄົນໄດ້ຫວນຄືນອານຸສອນທີ່ບໍ່ອາດຫຼົງລືມໄດ້, ນັ້ນແມ່ນມີຄັ້ງໜຶ່ງທີ່ສັນຍານເຕືອນໄພ, ເຮືອບິນ ອາເມລິກາ ໃກ້ຈະຖີ້ມລະເບີດລົງມາທໍາລາຍ, ທຸກຄົນຕ້ອງລົງຂຸມລີ້ໄພແຕ່ອ້າຍ ວອນ ແລະຕ໋ຽນ ພັດແລ່ນໄປເບິ່ງປືນປ້ອງກັນທາງອາກາດ ແລະບັນດາກໍາລັງປ້ອງກັນທາງອາກາດຂອງພວກເຮົາຕີຕອບໂຕ້ສັດຕູ. ແລ່ນກັບມາເຮືອນບໍ່ເຫັນລູກຈັກຄົນ, ແມ່ຮຸ່ງ ເປັນຫວ່ງ, ຟ້າວແລ່ນໄປຊອກລູກ. ເມື່ອພົບລູກ ແລ້ວ, ແມ່ກໍ່ພາເອົາລູກໄປບ່ອນລີ້ໄພຢ່າງປອດໄພ.

ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈນັ້ນ, ທ່ານພົນໂທ ສຸວອນ ເລືອງບຸນມີ ແບ່ງປັນກັບທຸກຄົນວ່າຕົນເອງກັບມາ ຟຸກດິ່ງ ແມ່ນມາບ້ານເກີດເມືອງນອນ, ມາຫາແມ່, ມາຫາຄອບຄົວ. ແຕ່ກ່ອນສະຖານທີ່ແຫ່ງນີ້, ນອກຈາກບັນດາຄູອາຈານໄດ້ສັ່ງສອນຄວາມຮູ້ໃຫ້ແລ້ວ, ຕົນເອງຍັງມີແມ່ຜູ້ທີສອງເບິ່ງແຍງດູແລ, ສັ່ງສອນຕື່ມອີກດ້ວຍ.

ຈັບມື ແມ່ ເຊິ່ງປີນີ້ແມ່ມີອາຍຸ 80 ປີແລ້ວ, ລູກຊາຍຊື່ ວອນ ຂອງ ແມ່ຮຸ່ງ ໄດ້ແບ່ງປັນກັບທຸກຄົນວ່າ; ວັນນັ້ນ, ແມ່ສອນໃຫ້ຂ້າພະເຈົ້າວ່າ “ປະເທດລາວ ໄດ້ສົ່ງລູກມາຮຽນຢູ່ຫວຽດນາມ ເພື່ອອະນາຄົດກັບມາເປັນພະນັກງານ. ດັ່ງນັ້ນລູກຕ້ອງພະຍາຍາມຮໍ່າຮຽນໃຫ້ດີເພື່ອກັບໄປປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດ”. ຄໍາສັ່ງສອນຂອງແມ່ນັ້ນແມ່ນກໍາລັງໜູນ, ແມ່ນແຮງບັນດານໃຈ, ແມ່ນສັດຈະທຳໃນການດໍາລົງຊີວິດ, ແມ່ນສິ່ງທີ່ຂ້າພະເຈົ້າຍາມໃດກໍ່ຈົດຈໍາໃນໃຈເພື່ອພະຍາຍາມສູ້ຊົນບືນຕົວຂຶ້ນໃນຕະຫຼອດ 40 ປີຜ່ານມາຢ່າງບໍ່ຢຸດຢັ້ງ ແລະຄໍາສັ່ງສອນນັ້ນ, ກໍ່ຈະໄປນໍາຂ້າພະເຈົ້າຕະຫຼອດຊີວິດ. ນັບຫຼາຍສີບປີຜ່ານມາ, ຂ້າພະເຈົ້າຍາມໃດກໍ່ຄິດຮອດຄອບຄົວຂອງຕົນ, ຈື່ຈໍາສຽງເວົ້າທີ່ເຕັມໄປດ້ວຍອາລົມຈິດຮັກແພງຂອງແມ່. ເມຍຂ້າພະເຈົ້າມັກຖາມຕະຫຼອດວ່າຍາມໃດພວກເຮົາຈຶ່ງໄປຢ້ຽມຢາມແມ່ຢູ່ຫວຽດນາມ. ບັນດາສິ່ງເຫຼົ່ານັ້ນເຮັດໃຫ້ຂ້າພະເຈົ້າກັບມາຫາແມ່.

ເມື່ອໄດ້ພົບກັບລູກ, ແມ່ມີແຕ່ໄຫ້ຍ້ອນຄວາມສຸກເຂົ້າມາຫາໂດຍບັງເອີນ, ແມ່ຮຸ່ງ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ຊຸມວັນທີ່ຢູ່ນໍາແມ່, ລູກຍັງນ້ອຍ. ດຽວນີ້ລູກເຕີບໃຫຍ່ແລ້ວ, ມີໜ້າທີ່ຄວາມຮັບຜິດຊອບສໍາຄັນໃນກອງທັບ, ແມ່ດີໃຈຫຼາຍ”. ແມ່ປາດຖະໜາໃຫ້ລູກນັບມື້ນັບກ້າວໜ້າກວ່າອີກ”.

leftcenterrightdel
ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ ແລະພັນລະຍາຖ່າຍຮູບລວມກັບສະມາຊິກໃນຄອບຄົວແມ່ລ້ຽງ ໂງທິຮຸ່ງ. ພາບ: ຮວ່າງຮ່າ

ປະຈຸບັນ, ຖະໜົນຫົນທາງ, ເຮືອນຊານບ້ານຊ່ອງມີການປ່ຽນແປງຫຼາຍແລ້ວ, ສະອາດ, ສວຍງາມກວ່າເກົ່າຫຼາຍ... ເຮືອນດິນທີ່ເດັກນ້ອຍ ວອນ ດໍາລົງຊີວິດໃນຕອນນັ້ນໄດ້ປ່ຽນແທນມາເປັນເຮືອນແຫ່ງສາຍຈິດມິດໃຈມອບໃຫ້ຄອບຄົວນະໂຍບາຍໄດ້ຮັບການສ້າງໃນປີ 2011.

ມາຮອດຕອນທ່ຽງ, ໃນຄາບເຂົ້າຄອບຄົວມີແມ່, ມີອ້າຍນ້ອງ, ອ້າຍ ວອນ ຍ້ອງອາຫານວ່າແຊ໋ບຫຼາຍ. ຜົມແມ່ດຽວນີ້ກໍ່ງອກແລ້ວ, ຜົມລູກກໍ່ງອກຢູ່ແລ້ວຍ້ອນການເວລາ, ລົມໝອກ, ແຕ່ວ່າສຽງເວົ້າ, ສຽງຫົວນັ້ນຍັງເຕັມໄປດ້ວຍອາລົມຈິດຄືແຕ່ກ່ອນ.

 

ແປໂດຍ: ເກື່ອງດັ້ງ