ກ່ອນທີ່ຈະກາຍເປັນຄູອາຈານ, ນັກພາສາສາດ, ທ່ານເຄີຍເປັນນັກຂ່າວຂອງໜັງສືພິມ ເວ້ກວກກວນ (ແມ່ນໜຶ່ງໃນໜັງສືພິມສອງສະບັບທີ່ເປັນຕົ້ນກໍາເນີດຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນປັດຈຸບັນ) ສາຂາແນວຮົບ ບິ່ງ-ຈີ້-ທຽນ-ພາກເໜືອລາວ. ເມື່ອພົບປະກັບພວກຂ້າພະເຈົ້າ, ນັກຂ່າວ ດີ່ງກາວ ໄດ້ເລົ່າສູ່ຟັງບັນດາເລື່ອງລາວທີ່ເຮັດວຽກງານສື່ມວນຊົນຂອງທ່ານໃນສະໄໝສົງຄາມ, ເຊິ່ງບັນດາເລື່ອງລາວນັ້ນມາຮອດປະຈຸບັນຍັງມີລັກສະນະສົດຮ້ອນຢູ່...

leftcenterrightdel
ບັດນັກຂ່າວໜັງສືພິມ ເວ້ກວກກວນ ຂອງນັກຂ່າວ ດີ່ງກາວ. ພາບ: ຫງອກມາຍ

4 ປີທີ່ເປັນນັກຂ່າວເຄື່ອນໄຫວຢູ່ສະໜາມຮົບ ບິ່ງ-ຈີ້-ທຽນ, ເມື່ອປະຕິບັດໜ້າທີ່ ທ່ານໄດ້ຮັບການຊ່ວຍເຫຼືອຈາກຜູ້ບັນຊາການທຸກຂັ້ນໃນກອງທັບ, ບັນດາອົງການ, ອົງການຈັດຕັ້ງມະຫາຊົນຢູ່ທ້ອງຖິ່ນ. ຮອດປີ 1954, ທ່ານຍ້າຍໄປເຮັດວຽກໃນຂະແໜງສຶກສາ. ປ້າ ເລທິມິງຫວຽດ, ເມຍຂອງທ່ານ ດີ່ງກາວ ເລົ່າສູ່ຟັງວ່າ: “ຂ້າພະເຈົ້າ ເປັນເມຍຂອງລາວເປັນເວລາກວ່າ 30 ປີແລ້ວ, ພຽງແຕ່ຮູ້ວ່າລາວເປັນຄູສອນ, ຫາກບໍ່ທັນຮູ້ວ່າລາວໄດ້ເປັນນັກຂ່າວໃນເມື່ອຍັງໜຸ່ມເທື່ອ. ຫວ່າງມໍ່ໆມານີ້, ເມື່ອຈັດລຽງເອກະສານໃນຕູ້ປື້ມ, ຂ້າພະເຈົ້າເຫັນວ່າໃນສໍາເນົາຊີວະປະຫວັດມີບັດນັກຂ່າວ, ແນະນໍາວ່າລາວເປັນນັກຂ່າວຂອງໜັງສືພິມ ເວ້ກວກກວນ ສາຂາແນວຮົບ ບິ່ງ-ຈີ້-ທຽນ-ພາກເໜືອລາວ, ຂ້າພະເຈົ້າຈຶ່ງໄດ້ຮູ້”.

ຕາມການແບ່ງປັນຂອງນັກຂ່າວ ດີ່ງກາວ, ເຖິງວ່າໄລຍະປະຕິບັດງານໃນກອງທັບບໍ່ຫຼາຍ, ແຕ່ສໍາລັບທ່ານ, ກອງທັບເປັນບ່ອນຝຶກຝົນຫຼໍ່ຫຼອມ, ແນວຮົບແມ່ນບ່ອນທົດສອບນໍ້າໃຈພິລະອາດຫານ, ຢຶດໝັ້ນຜ່ານຜ່າບັນດາຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ທ່ານໄດ້ເຕີບໃຫຍ່ ແລະເປັນກຽດທີ່ໄດ້ຢືນໃນຖັນແຖວຂອງພັກຢູ່ກອງພັນໃຫຍ່ 77, ແຂວງ ແທງຮວ່າ ໃນທ້າຍປີ 1948. ເຖິງວ່າຍັງເຕັມໄປດ້ວຍຄວາມສຸດຈິດສຸດໃຈກໍ່ຕາມ, ແຕ່ໃນວັນທີ 17 ກັນຍາ ປີ 1954, ຍ້ອນຕິດພະຍາດໄຂ້ຍຸ້ງ ແລະໂລກຫົວໃຈ  ທ່ານຈຶ່ງຕ້ອງອອກຈາກກອງທັບກັບເມືອປະຕິບັດງານຢູ່ທ້ອງຖິ່ນ ເມື່ອອາຍຸພຽງ 24 ປີ.

leftcenterrightdel
ຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຊໍ່ດອກໄມ້ອວຍພອນນັກຂ່າວ ດີ່ງກາວ ໄດ້ຮັບປະດັບຫຼຽນກາ 70 ປີເປັນສະມາຊິກພັກ. ພາບ: ຫງອກມາຍ

ລະດູບານໃໝ່ປີນີ້, ທ່ານມີອາຍຸເກືອບ 90 ປີ, ບາງທີ່ຕ້ອງນອນໂຮງໝໍເພື່ອປິ່ນປິວພະຍາດ, ແຕ່ທ່ານຍັງພະຍາຍາມເຮັດວຽກເພື່ອໃຫ້ສໍາເລັດກິດຈະກຳຄົ້ນຄວ້າຂອງຕົນ ດ້ວຍຄວາມມຸ່ງມາດປາດຖະໜາຢາກສະຫງວນໃຫ້ຄົນຮຸ່ນຫຼັງສື່ສິ່ງພິມສະບັບໜຶ່ງ, ປະກອບສ່ວນຮັກສາຄວາມຜ່ອງໄສຂອງພາສາຫວຽດນາມ.

 

ແປໂດຍ: ທູຈາງ