ແລະເລື່ອງລາວ “ກຳດິນສັກສິດ” ທີ່ສາວຕິດຕໍ່ພາທາງມອບໃຫ້ທ່ານໃນຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ເມື່ອເຂົ້າທຽບທ່າ ຫວູ໊ງໂຣ ປີນັ້ນຍັງເປັນອະນຸສອນອັນດີງາມຕະຫຼອດໄປ, ທີ່ບໍ່ສາມາດຈາງຫາຍໄປໄດ້...

“ການເດີນທາງທ້າຍປີ 1964, ກົງກັບໂອກາດປີໃໝ່ສະນັ້ນນອກຈາກການຮັບເອົາອາວຸດ, ຕິດຕາມອາກາດ, ກໍາເອົາສະພາບ ການສັດຕູ, ກະກຽມພະລາທິການ..., ພວກຂ້າພະເຈົ້າຍັງເປັນເຈົ້າການຫໍ່ເຂົ້າຕົ້ມ, ເຮັດຢໍ່ຊີ້ນໝູ, ກະກຽມມຶດເພື່ອຕ້ອນຮັບລະດູບານໃໝ່ບົນທະເລ.

ອາກາດບໍ່ສະດວກ, ພາຍຫຼັງ 3 ມື້ຂ້າມຟອງໃຫຍ່ລົມແຮງ, ເລັດລອດຫຼີກເວັ້ນກໍາປັ່ນລາດຕະເວນຂອງສັດຕູ, ຕອນບ່າຍວັນທີ 30 ເດືອນທັນວາ, ກໍາປັ່ນໝາຍເລກ 41 ຫັນທິດເຂົ້າຝັ່ງ.

ເກືອບເຄິ່ງມື້ທີ່ຕ້ານທານກັບພະຍຸລົມແຮງ, ກົງກັບ 23 ໂມງ 50 ນາທີ, ກໍາປັ່ນພວກຂ້າພະເຈົ້າໄດ້ເຂົ້າທຽບທ່າ ຫວູ໊ງໂຣ. ອ້າຍນ້ອງພົບກັນໜ້າຕາຊື່ນບານ, ແຕ່ບັງເອີນ, ສຽງປືນ, ປືນໃຫຍ່ດັງກ້ອງສະໜັ່ນ, ບັນດາຈ້ອງຂຽວ, ແດງຈາກປ້ອມສັດຕູຢູ່ຄ້ອຍບາຕີບິນຂຶ້ນທ່າມກາງທ້ອງຟ້າ ຫວູ໊ງ ໂຣ.

ທຸກຄົນຕື່ນເຕັ້ນໃຈ, ເປັນຫ່ວງເປັນໃຍ... ຈາກຫ້ອງຕີສາຍ, ຄໍາອວຍພອນປີໃໝ່ຂອງລຸງໂຮ່ໄດ້ກ້ອງກັງວານຈາກວິທະຍຸ. ເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່! ລະດູບານໃໝ່ 1965 ໄດ້ວຽນມາແລ້ວ. ພວກຂ້າພະເຈົ້າສະເທືອນໃຈຈົນນໍ້າຕາອອກ... ພາຍຫຼັງຈັດກໍາລັງເວນຍາມເພື່ອກໍາເອົາສະພາບການສັດຕູ, ງານບຸນຕ້ອນຮັບປີໃໝ່ປີມະເສັງໄດ້ຮັບການປະຕິບັດໃນທ້ອງເຮືອ ແລະຂຸມບັນຈຸສິນຄ້າ. ດ້ວຍເຫຼົ້າ, ຊີ້ນ, ສົ້ມຫອມບົ່ວ, ຢາສູບພ້ອມກັບປາ, ປາມຶກເຊິ່ງພໍ່ແມ່ປະຊາຊົນໄດ້ມອບໃຫ້, ອັນໄດ້ເພີ່ມລົດຊາດ, ສີສັນຂອງລະດູບານໃໝ່.

leftcenterrightdel
ທ່ານພັນໂທ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ ໂຮ່ດັ໋ກແທ້ງ ເລົ່າເລື່ອງ “ກຳດິນສັກສິດ”. ພາບ: ຟານຕ໋ຽນຢູ໊ງ

ໃນຄວາມມ່ວນຊື່ນນັ້ນ, ຂ້າພະເຈົ້າຕາງໜ້າພະນັກງານ, ນັກຮົບກໍາປັ່ນໝາຍເລກ 41 ອວຍພອນປີໃໝ່ບັນດາການນໍາ, ຜູ້ບັນ ຊາການ, ນັກຮົບ, ຄົນງານ ແລະພໍ່ແມ່ປະຊາຊົນຢູ່ທ່າກໍາປັ່ນ. ອ້າຍ ເສົ໋າທູ ບອກນາງສາວນັ່ງຄຽງຂ້າງ (ແມ່ນຜູ້ຕິດຕໍ່ພາທາງຂອງທ່າ) ຕາງໜ້າພໍ່ແມ່ປະຊາຊົນທ້ອງຖິ່ນອວຍພອນປີໃໝ່ອ້າຍນ້ອງລູກເຮືອ. ນາງສາວແກ້ມແດງອົ່ງຕົ່ງ, ເກິກະຢືນຂຶ້ນ: “ມີພັກ, ມີລຸງໂຮ່ ແລະພໍ່ແມ່ປະຊາຊົນພາກເໜືອຊ່ວຍໃຫ້ພາກໃຕ້ປືນ, ລູກປືນ, ຢຸກຢາ; ມີບັນດາອ້າຍລູກເຮືອໄດ້ຂ້າມຜ່ານຟອງໃຫຍ່, ລົມແຮງ, ປະເຊີນໜ້າກັບສັດຕູຂົນສົ່ງສິນຄ້າໜູນຊ່ວຍພາກໃຕ້, ຟູ໋ອຽນ ໝັ້ນໝາຍຈະສົມກັບນໍ້າໃຈອັນສູງສົ່ງນັ້ນ”. ເມື່ອຮັບຟັງຜູ້ຕິດຕໍ່ພາທາງເວົ້າຈັ່ງຊັ້ນ, ໃຜກໍ່ຮູ້ສຶກຕື້ນຕັນໃຈ...

ຕອນຄໍ່າວັນທີ 1 ປີໃໝ່ປີມະເສັງ (ຕາມຈັນທະປະຕິທິນ), ພວກຂ້າພະເຈົ້າຂົນຖ່າຍສິນຄ້າ. ຍ້ອນຂົວເຮັດດ້ວຍໄມ້ແບບຊົ່ວຄາວ, ສະນັ້ນອ້າຍເອື້ອຍນ້ອງແຮງງານສ່ວນຫຼາຍຕ້ອງຢູ່ໃຕ້ນໍ້າເພື່ອຂົນສົ່ງສິນຄ້າ. ຢູ່ກິ່ວ ກ໊າ, ສັດຕູຍິງປືນບໍ່ມີຈຸດສຸມ.  ພວກມັນບໍ່ສາ ມາດຄິດວ່າຫ່າງຈາກນັ້ນບໍ່ໄກແມ່ນບັນຍາກາດເຮັດວຽກຢ່າງຮີບດ່ວນຂອງພະນັກງານ, ລູກເຮືອກໍາປັ່ນໝາຍເລກ 41 ແລະພໍ່ ແມ່ປະຊາຊົນ ຟູ໋ອຽນ.

ພາຍຫຼັງຂົນຖ່າຍສິນຄ້າສຳເລັດແລ້ວ, ມີນາງສາວຜູ້ໜຶ່ງໄດ້ນຳເອົາຫໍ່ນ້ອຍໆທີ່ໄດ້ຮັບການຫຸ້ມຫໍ່ຢ່າງລະອຽດລະອໍມາມອບໃຫ້ຂ້າພະເຈົ້າ, ແລ້ວເວົ້າດ້ວຍສຽງສັ່ນໆວ່າ: “ພໍ່ແມ່ປະຊາຊົນ ຟູ໋ອຽນ ຂໍສົ່ງໃຫ້ພວກອ້າຍກຳດິນ ຫວູ໊ງໂຣ, ແຜ່ນດິນອົງອາດກ້າ ຫານ, ບໍ່ຍອມຈຳນົນ. ມີປືນ, ມີລູກປືນຂອງພາກເໜືອໜູນຊ່ວຍ, ແຜ່ນດິນນີ້ຈະເປັນບ່ອນອີງເພື່ອສ້າງວິລະກໍາ, ເປັນແຫ່ງຝັງປົງ ສົບສັດຕູຜູ້ຮຸກຮານ!”. ກຳເອົາຫໍ່ດິນ ຫວູ໊ງໂຣ ໃນມື, ຂ້າພະເຈົ້າຮູ້ສຶກສະເທືອນໃຈຫຼາຍ, ຫວັງຈະໂອບອຸ້ມທັງແຜ່ນດິນ ຫວູ໊ງໂຣ ດ້ວຍຄວາມເຄົາລົບ, ນັບຖື...

“ຂໍຮຽນລຸງ! ກຳດິນສັກສິດດຽວນີ້ຢູ່ບ່ອນໃດ? ສ່ວນຜູ້ຕິດຕໍ່ພາທາງໃນເມື່ອກ່ອນລຸງຍັງໄດ້ພົບປະອີກຫຼືບໍ່”?

ທ່ານ ໂຮ່ດັກແທ້ງ ຕອບວ່າ: “ພວກຂ້າພະເຈົ້າໄດ້ຮັກສາກຳດິນສັກສິດ ຫວູ໊ງໂຣ ໃນຕະຫຼອດໄລຍະຂ້າມທະເລ, ປະຈຸບັນຖືກວາງສະແດງຢູ່ຫໍພິພິທະພັນເຫຼົ່າທັບທະຫານເຮືອ. ສ່ວນນາງສາວຜູ້ຕິດຕໍ່ພາທາງຍາມນັ້ນ, ຂ້າພະເຈົ້າໄດ້ໄປຊອກຫາຕະຫຼອດ 40 ກວ່າປີຈຶ່ງໄດ້ພົບເຫັນ. ສົງຄາມສິ້ນສຸດລົງ, ຂ້າພະເຈົ້າກັບມາປະຕິບັດງານຢູ່ກອງບັນຊາການທະຫານເຮືອ ເຂດ 3. ປີ 1984, ຂ້າພະເຈົ້າອອກກິນເບ້ຍບໍານານຢູ່ນະຄອນ ກຸຍເຍີນ (ບີ່ງດີ້ງ). ໃນໄລຍະນັ້ນ, ຂ້າພະເຈົ້າໄດ້ໄປຊອກຫາແຕ່ບໍ່ເຫັນ. ຈົນຮອດປີ 2004, ຂ້າພະເຈົ້າກັບມາຢ້ຽມຢາມບ້ານເກີດເມືອງນອນ ຟູ໋ອຽນ ຈຶ່ງໄດ້ພົບເຫັນ ແລະນາງສາວເຊິ່ງຂ້າພະເຈົ້າໄປຊອກຫາເກືອບເຄິ່ງທົດສະວັດຜ່ານມານັ້ນແມ່ນນາງ ຫງວຽນທິຕ໊າງ, ເມຍຂອງທ່ານ ຫງວຽນວັນຢື໊, ປະທານສະມາຄົມນັກຮົບເກົ່າ-ອະດີດຫົວໜ້າກອງບັນຊາການທະຫານເມືອງ ຕຸຍອານ”.

 

ແປໂດຍ: ເຈິ່ນຮວ່ຽນ