ກອງປະຊຸມກອງຫຼອນສົງຄາມທົ່ວພາກຄັ້ງທີ 2 ພາຍຫຼັງບັ້ນບຸກໂຈມຕີ ແລະການລຸກຮື້ຂຶ້ນຂະໜາດໃຫຍ່ລະດູບານໃໝ່ປີວອກ 1968, ກໍາລັງປະກອບອາວຸດ ເມືອງ ເຈິ້ແລ໋ກ (ເບັ໋ນແຈ) ໄດ້ຮັບການຍ້ອງຍໍຊົມເຊີຍຈາກສູນກາງ, ກົມ ແລະກອງບັນຊາການພາກ, ຍ້ອນມີຜົນງານຫຼາຍຢ່າງໃນບັ້ນບຸກໂຈມຕີຄັ້ງໃຫຍ່, ພິເສດແມ່ນໃນຄໍ່າຄືນວັນທີ 1 ປີໃໝ່, ຕອນເຊົ້າວັນທີ 2 ປີໃໝ່ປີວອກ (ຕາມຈັນທະປະຕິທິນ), ພາຍຫຼັງ 30 ນາທີ, ນັກຮົບທະຫານພິເສດ 5 ຄົນໄດ້ເປັນເຈົ້າຂອງປ້ອມ ກ໋າຍມີ໋ດ, ປະກອບສ່ວນປົດ ປ່ອຍກວ່າ 80% ບໍລິເວນເນື້ອທີ່ຂອງເມືອງ...

ເພື່ອກະກຽມໃຫ້ບັ້ນບຸກໂຈມຕີ ແລະການລຸກຮື້ຂຶ້ນຂະໜາດໃຫຍ່,  ຄະນະພັກເມືອງ ແລະກອງບັນຊາການທະຫານເມືອງ ເຈິ້ແລ໋ກໄດ້ເອົາໃຈໃສ່ຕໍ່ກັບບັນດາຮາກຖານໜ່ວຍສືບຂ່າວເປັນພິເສດຕິດ ແລະຈັດຕັ້ງກໍາລັງປະກອບອາວຸດຄືນໃໝ່ຢ່າງວ່ອງໄວ, ເປັນຕົ້ນແມ່ນທະຫານເຕົ້າໂຮມ. ພຽງໃນໄລຍະອັນສັ້ນ, ເມືອງໄດ້ກໍ່ສ້າງ ແລະນໍາກອງຮ້ອຍທະຫານບົກ, ໝວດທະຫານພິເສດໄປແຂວງ, ກໍາລັງທີ່ຍັງເຫຼືອຂອງເມືອງທີ່ເວົ້າວ່າແມ່ນກອງຮ້ອຍທະຫານບົກແຕ່ຕົວຈິງມີພະນັກງານ, ນັກຮົບພຽງແຕ່ 18 ຄົນເທົ່ານັ້ນ; ສ່ວນກໍາລັງທະຫານພິເສດຂອງຂ້າພະເຈົ້າມີ 10 ຄົນ. ແຕ່ວ່າຕາມແຜນການແລ້ວ, ພວກຂ້າພະເຈົ້າຕ້ອງແບ່ງເປັນສອງທິດທາງ, ທິດທາງໜຶ່ງແມ່ນເບື້ອງລຸ່ມລວມມີ 5 ຄົນບຸກໂຈມຕີຂຶ້ນມາ, ສ່ວນຂ້າພະເຈົ້າແມ່ນບັນຊາກຸ່ມທະຫານພິເສດ 5 ອ້າຍນ້ອງຢູ່ທາງເທິງບຸກໂຈມຕີລົງລຸ່ມເພື່ອປິດລ້ອມເທດສະບານເມືອງ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຮີ່ງດຶ໋ກ (ຢູ່ນອກສຸດ, ເບື້ອງຂວາ) ພົບປະກັບເພື່ອນຮ່ວມກົມກອງ. ພາບ: ໂຮ່ກຽນ

ຕອນບ່າຍວັນທີ 28 ມັງກອນ 1968 (ເຊິ່ງກົງກັບວັນທີ 29 ເດືອນທັນວາປີແບ້, ປີນັ້ນບໍ່ມີວັນທີ 30), ບັນດາກໍາລັງເຄື່ອນທັບໄດ້ໄປຮອດຫໍບູຊາ ກ໋າຍຍູມ ຂຶ້ນກັບຕາແສງ ລອງເທີ໋ຍ ໄດ້ເຊື້ອເຊີນພໍ່ແມ່ປະຊາຊົນມາເຕົ້າໂຮມເພື່ອປະຕິບັດປະກອບອາວຸດໂຄສະນາ. ຢູ່ບັນດາສະຖານທີ່ຕັ້ງທັບນັ້ນ, ທະຫານພ້ອມກັບປະຊາຊົນໄດ້ຈັດຕັ້ງການຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເປີດວິທະຍຸຮັບຟັງ ລຸງໂຮ່ ອວຍພອນປີໃໝ່ພໍ່ແມ່ປະຊາຊົນ ແລະນັກຮົບໃນທົ່ວປະເທດຕ້ອນຮັບລະດູບານໃໝ່ປີວອກ 1968. ກ່ອນນີ້ຢູ່ເຂດຢຶດຄອງຊົ່ວຄາວ, ສັດຕູຫ້າມປະຊາຊົນຟັງວິທະຍຸຂອງເຮົາ. ເມື່ອທະຫານກັບມາ, ໃຜໆກໍ່ພາກພູມໃຈ ແລະສະເທືອນໃຈເພາະວ່າເປັນທໍາອິດທີ່ໄດ້ຟັງສຽງເວົ້າອັນອົບອຸ່ນ, ໃຈດີຂອງພໍ່ປະເທດຊາດຜ່ານຄື້ນກະຈາຍສຽງຂອງສະຖານີວິທະຍຸກະຈາຍສຽງຫວຽດນາມ.

ຄໍາກອນອວຍພອນບຸນປີໃໝ່ຂອງລຸງໂຮ່ຄືສັນຍານຄຳສັ່ງເປີດສາກບັ້ນບຸກໂຈມຕີ ແລະການລຸກຮື້ຂຶ້ນຂະໜາດໃຫຍ່ໄດ້ສົ່ງໄປທົ່ວທຸກແຖບຂອງປະເທດ. ພ້ອມກັນໃນເວລານັ້ນ, ປືນໃຫຍ່ຂອງສັດຕູຈາກສາຂາ ເຈິ້ແລ໋ກ ໄດ້ຍິງເຂົ້າບ້ານ ຮວ່າແທ້ງ, ຕາແສງ ຮວ່າເຫງຍ ເຮັດໃຫ້ 1 ຄົນເສຍຊີວິດ ແລະ 2 ຄົນຖືກຮັບບາດເຈັບ.  ຄວາມເສຍຫາຍນີ້ເຮັດໃຫ້ປະຊາຊົນ ແລະກໍາລັງປະກອບອາວຸດເມືອງຍິ່ງມີຄວາມຄຽດແຄ້ນສັດຕູຕື່ມອີກ, ກາຍເປັນຄວາມຕັດສິນໃຈສູ້ຮົບໃຫ້ເຖິງທີ່ສຸດ!

ໃນຄໍ່າຄືນວັນທີ 1 ປີໃໝ່, ກໍາລັງປະກອບອາວຸດ ເມືອງ ເຈິ້ແລ໋ກ ໄດ້ເຄື່ອນທັບກັບຄືນບໍລິເວນໄດ້ຮັບມອບໝາຍ, ຜັນຂະຫຍາຍສະໜາມຮົບກຽມພ້ອມຍິງປືນຢ່າງວ່ອງໄວ. ຄະນະພັກເມືອງມອບໝາຍໃຫ້ຂ້າພະເຈົ້າບັນຊາກຸ່ມດັບສູນປ້ອມ ກ໋າຍມີ໋ດ ຫ່າງ ຈາກເທດສະບານເມືອງ ເຈິ້ແລ໋ກ 600 ແມັດ,  ມີສອງຮາກຖານໜ່ວຍສືບຂ່າວຂອງເຮົາ. ເວລາ 5 ໂມງວັນທີ 2 ປີໃໝ່, ຮາກ ຖານໜ່ວຍສືບຂ່າວໄດ້ຈອບອອຍສັດຕູຜູ້ເປັນຫົວໜ້າປ້ອມອອກມານອກ ແລະຍິງຕາຍ.

ໃນເວລາ 30 ນາທີທະຫານເຮົາໄດ້ດັບສູນ, ເປັນເຈົ້າຂອງປ້ອມ ກ໋າຍມີ໋ດ ຢ່າງສົມບູນ, ຢຶດປືນໄດ້ 14 ກະບອກ  ແລະເຄື່ອງສື່ສານ 1 ໜ່ວຍ. ນີ້ແມ່ນປ້ອມທໍາອິດຂອງເມືອງ ເຈິ້ແ໋ລກ ເວົ້າສະເພາະ ແລະແຂວງ ເບັ໋ນແຈ ເວົ້າລວມ ຖືກດັບສູນໃນບັ້ນເປີດສາກບັ້ນບຸກໂຈມຕີ ແລະການລຸກຮື້ຂຶ້ນຂະໜາດໃຫຍ່ລະດູບານໃໝ່ປີວອກ 1968.

ໄຊຊະນະນີ້ໄດ້ເຮັດໃຫ້ສັດຕູຕ້ອງກະວົນກະວາຍ, ພວກເຮົາສືບຕໍ່ໃຫ້ບັນດາປີກທະຫານປິດລ້ອມດັບສູນບັນດາປ້ອມອື່ນໃນບໍລິເວນເມືອງ. ຜ່ານ 10 ວັນທີ່ບຸກໂຈມຕີ ແລະການລຸກຮື້ຂຶ້ນພ້ອມກັນຢ່າງຕໍ່ເນື່ອງ, ທະຫານ ແລະປະຊາຊົນ ເມືອງ ເຈິ້ແລ໋ກ, ໄດ້ປັດເຂ່ຍສັດຕູອອກຈາກວົງສູ້ຮົບ 800 ຄົນ, ຢຶດປືນໄດ້ 540 ກະບອກ, ພ້ອມກັບເຄື່ອງກົນຈັກປະເພດຕ່າງໆ, ພາຫະນະການ ທະຫານອື່ນ. ພິເສດ, ພວກເຮົາປົດປ່ອຍໄດ້ 6 ຕາແສງ ແລະເປັນເຈົ້າຂອງ 4 ຕາແສງອື່ນ; ເຂດປົດປ່ອຍໄດ້ເປີດອອກຢ່າງຕໍ່ ເນື່ອງດ້ວຍບັນດາຕາແສງຢູ່ຖານທີ່ໝັ້ນ ບັ໋ກມໍ໊ໄກ່, ແກ່ຍາວໄປຮອດຈອມພູຂອງ ກູ່ລາວມີງ ດ້ວຍກວ່າ 80% ເນື້ອທີ່ຂອງເມືອງ ແລະປະຊາຊົນປະມານ 6 ໝື່ນຄົນ.

 

ແປໂດຍ: ເຈິ່ນຮວ່ຽນ