ນັກວິລະຊົນ ເບ໋ວັນດ່ານ ເກີດປີ 1931 ຢູ່ຕາແສງ ກວາງວີງ, ເມືອງ ຟຸກຮວ່າ, ແຂວງ ກາວບັ່ງ. ໂດຍກຳເນີດຈາກຄອບຄົວກໍາມະກອນ, ແມ່ເສຍຊີວິດແຕ່ຕອນ ເບ໋ວັນດ່ານ ອາຍຸຍັງນ້ອຍ, ພໍ່ເປັນນາຍຊ່າງບໍ່ແຮ່, ໃນເດືອນມັງກອນ ປີ 1949, ເບ໋ວັນດ່ານ ສະໝັກເຂົ້າເປັນທະຫານ ແລະກາຍເປັນນັກຮົບຂອງກອງຮ້ອຍ 674, ກອງພັນ 251, ກອງພັນໃຫຍ່ 316.

leftcenterrightdel
ກະບອກປືນກົນຂະໜາດກາງຂອງຫົວໜ້າໝູ່ທະຫານ ຈຸວັນປູ່. ພາບ: qdnd.vn

ໃນຕອນເຊົ້າວັນທີ 12 ທັນວາ ປີ 1953, ກອງຮ້ອຍ 674 ສະກັດກັ້ນສັດຕູຢູ່ ເມື່ອງປົ່ນ. ການສູ້ຮົບໄດ້ດໍາເນີນຢ່າງເຄັ່ງຕຶງ ແລະດຸເດືອດ. ທະຫານເຮົາເດັດດ່ຽວສະກັດກັ້ນ, ຮັກສາ. ສັດຕູດັກສະກັດຫຼາຍຄັ້ງ ເຮັດໃຫ້ທະຫານຖືກບາດເຈັບລົ້ມຕາຍຫຼາຍຄົນ. ເມື່ອເຫັນຫົວໜ້າໝູ່ທະຫານ ຈຸວັນປູ່ ຍົກກະບອກປືນກົນຂະໜາດກາງຈາກມືຂອງເພື່ອນຮ່ວມກົມກອງທີ່ຫາກໍ່ເສຍສະຫຼະຊີວິດ, ເຊິ່ງພວມຊອກຫາບ່ອນຕັ້ງປືນ, ໃນສະຖານະການຮີບດ່ວນທີ່ສຸດນັ້ນ, ເບ໋ວັນດ່ານ ໄດ້ໃຊ້ບ່າໄຫຼ່ຂອງຕົນເພື່ອເປັນບ່ອນຕັ້ງປືນ. ສະຫາຍ ຈຸວັນປູ່ ໄດ້ລັ່ນໄກ. ສັດຕູປົບໜີ. ສະຫາຍ ເບ໋ວັນດ່ານ ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານເມື່ອປືນຍັງຕິດຢູ່ບ່າ. ເລື່ອງລາວກ່ຽວກັບກະບອກປືນກົນຂະໜາດກາງຂອງ ຫົວໜ້າໝູ່ທະຫານ ຈຸວັນປູ່ ໄດ້ນໍາໃຊ້ ແລະເປັນແບບຢ່າງທີ່ບໍ່ເສຍດາຍເລືອດເນື້ອ, ເສຍສະຫຼະຊີວິດເພື່ອປະເທດຊາດຂອງນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ເບ໋ວັນດ່ານ  ແມ່ນຄວາມເອກອ້າງທະນົງໃຈຂອງພະນັກງານ, ນັກຮົບກອງພັນໃຫຍ່ 316 ເວົ້າລວມ, ແລະທົ່ວກອງທັບຫວຽດນາມ ເວົ້າສະເພາະຕະຫຼອດການ.

ແປໂດຍ: ທູຈາງ