ທີ່ງານພົບປະ, ບັນດາອະດີດພະນັກງານ, ນັກຮົບກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີໃນເມື່ອກ່ອນໄດ້ພ້ອມກັນຫວນຄືນຊຸມວັນທີ່ໄດ້ຄຽງບ່າຄຽງໄຫຼ່ກັນ, ທັງຮັບປະກັນບົດບາດຜະລິດ, ທັງຕໍ່ສູ້ປ້ອງກັນນະຄອນຫຼວງ ຮ່າໂນ້ຍ. ກ່າວຄໍາເຫັນທີ່ການພົບປະ, ທ່ານ ຫວູວັນຕີ້, ອະດີດຫົວໜ້າການເມືອງກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີຫວນຄືນ: ກ່ອນນີ້ 45 ປີ, ໃນທ້າຍເດືອນທັນວາ ປີ 1972, ດ້ວຍກໍາລັງແຮງຂອງສົງຄາມປະຊາຊົນ, ເຊິ່ງແກ່ນສານແມ່ນກໍາລັງປ້ອງກັນອາກາດ-ທະຫານອາກາດ, ເຮົາໄດ້ຕີເອົາຊະນະການບຸກໂຈມຕີຍຸດທະສາດທາງອາກາດຂອງ ອາເມລິກາ ເຂົ້ານະຄອນຫຼວງ ຮ່າໂນ້ຍ, ຫາຍຟ່ອງ ແລະບາງທ້ອງຖິ່ນຢູ່ພາກເໜືອຂອງປະເທດເຮົາ. ກອງທັບ ແລະປະຊາຊົນເຮົາໄດ້ສ້າງເປັນໄຊຊະນະບັ້ນຮົບ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ”.

leftcenterrightdel
ພະນັກງານ, ນັກຮົບກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີຮັບຟັງແນະນໍາກ່ຽວກັບຫ້ອງມູນເຊື້ອຂອງກຸ່ມບໍລິສັດ VNPT. ພາບ: ວັນຟອງ.

ທ່ານ ຫວູວັນຕີ້ ໃຫ້ຮູ້ວ່າ: ມື້ນີ້, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຕໍ່ຄວາມເອົາໃຈໃສ່ ແລະສ້າງເງື່ອນໄຂຂອງການນໍາກຸ່ມບໍລິສັດ VNPT, ກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີໄດ້ມີການພົບປະສັງສັນທີ່ເປັນມູນເຊື້ອຢູ່ຫໍພິພິທະພັນໄປສະນີເຊິ່ງເປັນສະຖານທີ່ບັນຈຸຄວາມຊົງຈໍາອັນເລິກເຊິ່ງຫຼາຍຢ່າງຂອງພວກຂ້າພະເຈົ້າ. ການພົບປະນີ້ໄດ້ຊ່ວຍໃຫ້ພະນັກງານ, ນັກຮົບກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີ ມີໂອກາດຫວນຄືນບັນດາຄວາມຊົງຈໍາກ່ຽວກັບໄລຍະອັນສະຫງ່າລາສີ ແລະຊຸມປີເດືອນທີ່ໜ້າຈົດຈຳ.

ທີ່ງານພົບປະ, ທ່ານ ຮວ່າງດຶກເຊີນ ຮອງເລຂາຄະນະພັກ, ຕາງໜ້າການນໍາກຸ່ມບໍລິສັດ VNPT ສະແດງຄວາມຂອບອົກຂອບໃຈມາຍັງພະນັກງານ, ນັກຮົບກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີໃນເມື່ອກ່ອນທີ່ໄດ້ມີການພົບປະສັງສັນທີ່ມີຄວາມໝາຍຢູ່ສໍານັກງານຂອງກຸ່ມບໍລິສັດ.

ພ້ອມທັງໃຫ້ຮູ້ວ່າ: “ບັນດາວິລະກໍາຂອງພະນັກງານ, ນັກຮົບໂຮງງານໄດ້ປະກອບສ່ວນເສີມສ້າງມູນເຊື້ອອັນດີງາມຂອງຂະແໜງໄປສະນີຕື່ມອີກ. ພິເສດນີ້ແມ່ນໂອກາດເພື່ອໃຫ້ກຸ່ມບໍລິສັດໂຄສະນາເຜີຍແຜ່ຢ່າງເລິກເຊິ່ງ, ກວ້າງຂວາງ ເຖິງພະນັກງານ, ພາລະກອນເຂົ້າໃຈແຈ້ງກວ່າຊຸມປີເດືອນແຫ່ງການສູ້ຮົບ, ການເສຍສະຫຼະຊີວິດຂອງກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີກ່ຽວກັບໄຊຊະນະ “ຮ່າໂນ້ຍ-ດ້ຽນບຽນຝູທາງອາກາດ”. ຈາກນັ້ນປຸກລຸກຄວາມເອກອ້າງທະນົງໃຈ, ລະດົມກໍາລັງໃຈພະນັກງານ, ພາລະກອນແຂ່ງຂັນຢ່າງຫ້າວຫັນ, ເສີມຂະຫຍາຍຄຸນນະທາດອັງດີງາມຂອງຂະແໜງໄປສະນີ, ຕັດສິນໃຈສູ້ຊົນບືນຕົວຂຶ້ນປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ”.

ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບທີ່ງານພົບປະ.

leftcenterrightdel
ຫໍພິພິທະພັນໄປສະນີເປັນສະຖານທີ່ຮັກສາວັດຖຸພັນຂອງພະນັກງານ, ນັກຮົບກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີ. ພາບ: ວັນຟອງ.

leftcenterrightdel
ທ່ານ ເລກວາງຮິງ (ທາງນອກເບື້ອງຊ້າຍ), ອະດີດຫົວໜ້າກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີແນະນໍາໃຫ້ເພື່ອນຮ່ວມກົມກອງບັນດາວັດຖຸພັນທີ່ຍັງເຫຼືອຢູ່ຫໍພິພິທະ ພັນ. ພາບ: ວັນຟອງ.

leftcenterrightdel
 ທ່ານ ຫວູວັນຕີ້ ພ້ອມກັບເພື່ອນຮ່ວມກົມກອງໃນເມື່ອກ່ອນ. ພາບ: ວັນຟອງ.

leftcenterrightdel
 

leftcenterrightdel
 ບັນຍາກາດທີ່ງານພົບປະທີ່ເປັນມູນເຊື້ອ. ພາບ: ວັນຟອງ.

leftcenterrightdel
 

leftcenterrightdel
ທ່ານ ຫວູວັນຕີ້ ມອບຄືນບັນດາວັດຖຸພັນໃນສະໄໝຕໍ່ສູ້ຂອງຫົວໜ້າກອງຮ້ອຍປືນໃຫຍ່ປ້ອງກັນອາກາດໂຮງງານອຸປະກອນໄປສະນີໃຫ້ຕາງໜ້າການນໍາກຸ່ມບໍລິສັດ VNPT. ພາບ: ວັນຟອງ.

leftcenterrightdel
 

leftcenterrightdel
ຕາງໜ້າການນໍາກຸ່ມບໍລິສັດ VNPT ແລະບັນດາຜູ້ແທນຖ່າຍຮູບລວມ. ພາບ: ວັນຟອງ.

 

ແປໂດຍ: ຮວ່າງເຈື່ອງ