ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ປະຊາຊົນແຕ່ລະຄົນມີຄວາມເຂົ້າໃຈຕື່ມອີກກ່ຽວກັບສະໄໝລູກລະເບີດແຫ່ງສົງຄາມໃນບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ” ເທົ່ານັ້ນ, ຫາກຍັງເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະຮູ້ສຶກໄດ້ບັນດາສານກ່ຽວກັບສັນຕິພາບ.

ບັນດາຮູບພາບ, ເອກະສານ, ວັດຖຸພັນເກືອບ 250 ຢ່າງໄດ້ແນະນໍາຢູ່ທີ່ນີ້ແມ່ນປະກົດການມີຊີວິດຊີວາທີ່ສຸດກ່ຽວກັບອະດີດຕະການ. ຢູ່ເຂດວາງສະແດງກ່ຽວກັບເນື້ອໃນ “ປະເຊີນໜ້າກັບເຮືອບິນ B-52”,  ຜູ້ມາຢ້ຽມຊົມໄດ້ເຫັນຮູບພາບຂອງນະຄອນຫຼວງ ຮ່າໂນ້ຍ ແລະນະຄອນ ຫາຍຟ່ອງ ໃນ 12 ວັນ ແລະຄືນຖືກລະເບີດທໍາລາຍຢ່າງໜັກໜ່ວງ. ແຕ່ວ່າດ້ວຍຄວາມຮັກຫອມ ແລະຄວາມເຊື່ອໝັ້ນຢ່າງແຮງກ້າ, ທະຫານ ແລະປະຊາຊົນນະຄອນ ຮ່າໂນ້ຍ, ຫາຍຟ່ອງ ຍັງຄົງເດັດດຽວຮັກສາດິນແດນ, ບ້ານຊ່ອງ, ຂຸມຄອງແຕ່ລະແຫ່ງເພື່ອໃຫ້ “ບ້ານຊ່ອງກາຍເປັນປ້ອມໝັ້ນ, ປະຊາຊົນກາຍເປັນນັກຮົບ”.

leftcenterrightdel
ປະຊາຊົນ  ແລະນັກທ່ອງທ່ຽວຢ້ຽມຊົມງານວາງສະແດງ “ຫວນຄືນຄວາມຊົງຈໍາ”. ພາບ: ຕ໋ຽນເກື່ອງ

ທີ່ເຂດວາງສະແດງ “ໂຮງແຮມ Hilton - ຮ່າໂນ້ຍ”, ຜູ້ມາຢ້ຽມຊົມຈະຮູ້ສຶກຄວາມສະເທືອນໃຈເມື່ອໄດ້ຮັບແນະນຳກ່ຽວກັບບັນດາເລື່ອງລາວທີ່ເຕັມໄປດ້ວຍລັກສະນະມະນຸດສະທໍາ. ພິເສດແມ່ນເລື່ອງລາວກ່ຽວກັບບັນດາພະນັກງານເຮັດວຽກງານຄຸ້ມຄອງ, ເບິ່ງແຍງດູແລ, ປົກປ້ອງນັກບິນອາເມລິກາ. ນັ້ນແມ່ນບັນດາເລື່ອງລາວເປັນຮູບພາບໂດຍບັນດານັກບິນເຄີຍຖືກກັກຂັງຢູ່ທີ່ນີ້ນໍາມາໃຫ້ຄື: ຮ້ອຍໂທ Everett Alvarez Jr, ນັກບິນຜູ້ທໍາອິດຖືກຍິງຕົກຢູ່ພາກເໜືອ ຫວຽດນາມ; ພັນໂທ Walter Eugene Wilber, ຜູ້ບັນຊາເຮືອບິນ F-4J ຖືກຍິງຕົກຢູ່ແຂວງ ເຫງ້ອານ ປີ 1968... ຄຽງຂ້າງນັ້ນ, ເຂດວາງສະແດງດ້ວຍຫົວຂໍ້ “ວັນກັບເມືອ” ແມ່ນບັນດາຮູບພາບ ແລະວັດຖຸພັນທີ່ບັນດານັກບິນອາເມລິກາ ເຄີຍນໍາໃຊ້ໃນຄຸກ ຫວາລໍ່. ການວາງສະແດງມີບັນດາເລື່ອງລາວທີ່ຕື້ນຕັນໃຈກ່ຽວກັບຄວາມຮັກລະຫວ່າງຜົວເມຍ, ແມ່ລູກ... ເຮັດໃຫ້ທະຫານຜ່ານເສິກອາເມລິກາ ແລະຍາດຕິພີ່ນ້ອງຂອງເຂົາເຈົ້າເມື່ອມາແຫ່ງນີ້ລ້ວນແຕ່ຮູ້ສຶກສະເທື່ອນໃຈທີ່ສຸດ.

leftcenterrightdel
 
leftcenterrightdel
ບັນດາວັດຖຸພັນໄດ້ແນະນໍາທີ່ງານວາງສະແດງດ້ວຍຫົວເລື່ອງສະເພາະ "ຫວນຄືນຄວາມຊົງຈໍາ". ພາບ: ຕ໋ຽນເກື່ອງ

ອ້າຍ Thomas Eugene Wilber, ລູກຊາຍຂອງພັນໂທ Walter Eugene Wilber ແບ່ງປັນວ່າ: “ເມື່ອມາຢ້ຽມຢາມຄຸກ ຫວາລໍ່ ໃນຄັ້ງນີ້, ຂ້າພະເຈົ້າ ສາມາດຮູ້ສຶກໄດ້ບັນດາອະນຸສອນກ່ຽວກັບພໍ່ຂອງຕົນ. ປັດຈຸບັນ, ຂ້າພະເຈົ້າ ແລະບັນດາພົນລະເມືອງໜຸ່ມ ອາເມລິກາ ປາດຖະໜາວ່າ ລັດຖະບານ ແລະປະຊາຊົນສອງປະເທດມຸ່ງໄປເຖິງອະນາຄົດນັບມື້ນັບສວຍງາມກວ່າເກົ່າ”.

ຄວາມມຸ່ງມາດປາດຖະໜາຂອງອ້າຍ Thomas Eugene Wilber ກໍ່ຄືຫຼາຍຮຸ່ນຄົນໃນອະນາຄົດຂອງສອງປະເທດຫວຽດນາມ - ອາເມລິກາ ໄດ້ສະແດງອອກຢ່າງເລິກເຊິ່ງໃນເຂດວາງສະແດງດ້ວຍເນື້ອໃນ “ກໍ່ສ້າງ ແລະເພີ່ມພູນຄູນສ້າງອະນາຄົດ”. ບັນດາວັດຖຸພັນ, ຮູບພາບ, ເອກະສານກ່ຽວກັບການຊອກຫາ, ມອບສົ່ງອັດຖິນັກຮົບ ອາເມລິກາທີ່ຫາຍສາບສູນໃນສົງຄາມ; ບັນດາການເຄື່ອນໄຫວສົມທົບກັນລະຫວ່າງສອງປະເທດເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ... ໄດ້ສ້າງເປັນຮູບພາບກ່ຽວກັບການຮ່ວມມືພ້ອມກັນປິດອະດີດຕະການໄວ້ເພື່ອສ້າງອະນາຄົດ ແລະສາຍພົວພັນອັນດີງາມລະຫວ່າງສອງປະເທດຫວຽດນາມ - ອາເມລິກາ.


ແປໂດຍ: ທູຈາງ