ໃນຊຸມວັນຜ່ານມາ, ພະນັັກງານ, ນັກຮົບກອງບັນຊາການທະຫານແຂວງ ດັກລັກ ໄດ້ຄຽງບ່າຄຽງໄຫຼ່ກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຊ່ວຍປະຊາຊົນສ້ອມແປງເຮືອນຊານ, ເກັບມ້ຽນຕົ້ນໄມ້ຖືກຫັກລົ້ມ, ທະລຸລ່ວງບັນດາເສັ້ນທາງທີ່ຖືກເປ່ເພ... ໄດ້ຊ່ວຍພໍ່ແມ່ປະຊາຊົນຜ່ານຜ່າໄພອັນຕະລາຍ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ພໍ່ແມ່ປະຊາຊົນ, ປະກອບສ່ວນເຮັດໃຫ້ນໍ້າໃຈສາມັກຄີລະຫວ່າງທະຫານ - ປະຊາຊົນໃຫ້ນັບມື້ນັບເລິກເຊິ່ງ, ດູດດື່ມກວ່າອີກ.

ຕອນເຊົ້າວັນທີ 11 ພະຈິກ, ພໍ່ແມ່ປະຊາຊົນໃນຕາແສງແອຈາງ, ເມືອງເມີດຣັກ, ແຂວງດັກລັກ ເປັນຈໍານວນຫຼວງຫຼາຍໄດ້ມາແບ່ງປັນຄວາມມ່ວນຊື່ນກັບເອື້ອຍ ເຮີຈຸດວີງ, ເຮືອນໄມ້ຫຼັງໃໝ່ ເຊິ່ງພະນັກງານ, ນັກຮົບກອງພັນ 303, ກອງພັນໃຫຍ່ 584 (ກອງບັນຊາການທະຫານ ດັກລັກ) ກໍ່ສ້າງຄືນໃໝ່ຢ່າງສົມບູນ.

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງດັກລັກ ຊ່ວຍພໍ່ແມ່ປະຊາຊົນຕາແສງ ແອຈາງ, ເມືອງ ເມີດຣັກ ກໍ່ສ້າງເຮືອນຊານຄືນໃໝ່ຫຼັງພາຍຸ. ພາບ: ຫວີ້ງໂລກ - ຟ້າມຢ້ຽມ

ເຈົ້າກົກເຈົ້າເຫຼົ່າ ອີນາງນີເອ ໃຫ້ຮູ້ວ່າ: “ກວ່າ 20 ປີຜ່ານມາຊາວບ້ານຍັງບໍ່ເຄີຍເຫັນພາຍຸລູກໃດທີ່ມີຄວາມແຮງໃຫຍ່ປານນີ້ຈັກເທື່ອ, ເຮືອນຂອງພໍ່ແມ່ປະຊາຊົນຖືກພັງທະລາຍນັບພັນໆຫຼັງ, ຖ້າບໍ່ມີການຊ່ວຍເຫຼືອຢ່າງສຸດໃຈຂອງທະຫານຈະເປັນອັນຕະລາຍຢ່າງໃຫຍ່ຫຼວງ!”. ເພື່ອຊ່ວຍເຫຼືອປະຊາຊົນເຂດຖືກພາຍຸລູກທີ 12ກວາດລ້າງ” ແກ້ໄຂຜົນຮ້າຍຢ້ອນຫຼັງ, ກອງບັນຊາການທະຫານແຂວງ ດັກລັກ ໄດ້ຈັດສົ່ງພະນັກງານ, ນັກຮົບນັບຮ້ອຍຄົນມາບັນດາຕາແສງ ກືສານ, ຕາແສງ ກຮົງອາ, ແອຈາງ (ເມືອງ ເມີດຣັກ) ແລະສອງຕາແສງ ຢາງມາວ, ກືດຣໍາ (ເມືອງກຣົງບົງ) ປະຕິບັດ “3 ພ້ອມ”, ຊ່ວຍປະຊາຊົນສ້ອມແປງເຮືອນຊານຄືນໃໝ່, ເກັບມ້ຽນຕົ້ນໄມ້ຫັກ... ບໍ່ຄຶດງໍ້ຕໍ່ແດດຕໍ່ຝົນ, ກອງບັນຊາການທະຫານແຂວງໄດ້ລະດົມພະນັກງານ, ນັກຮົບ ແລະທະຫານລາດ 3.965 ເທື່ອຄົນພ້ອມກັບພາຫະນະຫຼາຍສິບຄັນສົມທົບກັບບັນດາກອງບັນຊາການທະຫານ ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນບັນດາເມືອງ ກຣົງບົງ, ເມີດຣັກ, ລັກ, ແອກາ, ກຣົງນັງ... ສ້ອມແປງເຮືອນຊານໃຫ້ປະຊາຊົນໄດ້ 985 ຫຼັງ, ໂຮງຮຽນ 5 ແຫ່ງ...

ມາຮອດປະຈຸບັນ, ວຽກງານຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຂອງກອງບັນຊາການທະຫານແຂວງ ດັກລັກ ໄດ້ສໍາເລັດໂດຍພື້ນຖານ. ສິ່ງດັ່ງກ່າວໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຊາວບ້ານບັນດາເຜົ່າຢູ່ໄຕງວຽນຕໍ່ທະຫານລຸງໂຮ່ຕື່ມອີກ.

 

ແປໂດຍ: ກວຽດເຕີມ