ນີ້ແມ່ນອະນຸສາວະລີມິດຕະພາບທີ 9 ເຊິ່ງໄດ້ສໍາເລັດວຽກງານບູລະນະປະຕິສັງຂອນຕາມໂຄງການບູລະນະປະຕິສັງຂອນອະນຸສາວະລີມິດຕະພາບ 17 ແຫ່ງໃນຜືນແຜ່ນດິນ ກໍາປູເຈຍ ໂດຍກະຊວງປ້ອງກັນປະເທດຫວຽດນາມ ອຸປະຖຳ.

leftcenterrightdel
ພິທີຕັດແຖບຜ້າສໍາເລັດການບູລະນະປະຕິສັງຂອນອະນຸສາວະລີມິດຕະພາບ ຫວຽດນາມ - ກໍາປູເຈຍ ຢູ່ ແຂວງ Koh Kong. ພາບ: vov.vn

ກ່າວຄໍາເຫັນທີ່ພິທີ, ທ່ານ Nhem Valy, ລັດຖະມົນຕີຮັບຜິດຊອບກະຊວງພິທີການ ແລະສາສະໜາທັງເປັນເລຂາທິການໃຫຍ່ສະພາແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ ຢັ້ງຢືນວ່າ, ອະນຸສາວະລີມິດຕະພາບຫວຽດນາມ - ກໍາປູເຈຍ ບໍ່ພຽງແຕ່ແມ່ນສະຖານທີ່ຈົດຈໍາຄຸນງາມຄວາມດີຂອງບັນດາຊາວ ກໍາປູເຈຍ ຜູ້ຮັກຊາດ ແລະທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດປົດປ່ອຍປະເທດ ກໍາປູເຈຍ ເທົ່ານັ້ນ, ຫາກຍັງເປັນສັນຍາລັກແຫ່ງການຢືນຍົງຄົງຕົວຂອງສາຍພົວພັນສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນທີ່ມີມາແຕ່ດົນນານລະຫວ່າງສອງປະເທດ, ສອງຊາດຖານບ້ານໃກ້ເຮືອນຄຽງ ຫວຽດນາມ - ກໍາປູເຈຍ.

 

ແປໂດຍ: ເຈິ່ນຮວ່ຽນ