ຕອນເຊົ້າວັນທີ 7 ຕຸລາ 2016, ກົມນະໂຍບາຍ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະເມີນຜົນໂຄງການກໍ່ສ້າງ, ຍົກລະດັບ, ບູລະນະປະຕິສັງ ຂອນອະນຸສາວະລີ “ນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງຫວຽດນາມ-ລາວ” ຢູ່ແຂວງ ໄຊສົມບູນ ສປປ ລາວ. ດ້ວຍການເຂົ້າຮ່ວມຂອງຫຼາຍອົງ ການກ່ຽວຂ້ອງພາຍໃນ ແລະນອກກອງທັບ.

leftcenterrightdel
ບັນຍາກາດກອງປະຊຸມ. ພາບ: ດຶກຢູກ

ຕາມນັ້ນແລ້ວ, ເຊິ່ງໄດ້ຮັບການຕົກລົງເຫັນດີຈາກກົມການເມືອງ, ຄະນະເລຂາທິການ 2 ປະເທດ ຫວຽດນາມ-ລາວ ເຫັນດີເປັນເອກະພາບນຳກັນຜັນຂະຫຍາຍສະຖານທີ່ກໍ່ສ້າງອະນຸສາວະລີ “ນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງຫວຽດນາມ-ລາວ” ຢູ່ເຂດບ້ານ ພູຫົວຊ້າງ ເມືອງ ອານຸວົງ ແຂວງໄຊສົມບູນ. ເນື້ອທີ່ກໍ່ສ້າງອະນຸສາວະລີ: 1.600 m2, ໃນຂອບເຂດເນື້ອທີ່ 4.500 m2. ໂຄງການກໍ່ສ້າງລວມມີ: ຮູບປັ້ນ, ພາບຄວັດສະຫຼັກ 2 ແຜ່ນ, ກຳແພງອ້ອມອະນຸສາວະລີ, ທາງເບຕົງ, ລະບົບໄຟເຍືອງທາງ... ດ້ວຍເງິນລົງທຶນກໍ່ສ້າງ ກວ່າ 12 ຕື້ດົ່ງ.

ໂຄງການດັ່ງກ່າວມີຄວາມໝາຍທາງດ້ານການເມືອງຢ່າງເລິກເຊິ່ງ, ສະແດງໃຫ້ເຫັນມູນເຊື້ອຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງຫວຽດນາມ-ລາວ; ເພື່ອແນໃສ່ຈົດຈໍາບຸນຄຸນອັນໃຫຍ່ຫຼວງ ຂອງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ແລະພະນັກງານ, ນັກຮົບກອງທັບປະຊາຊົນ ລາວ ທີ່ເສຍສະຫຼະຊີວິດຢ່າງອົງອາດກ້າຫານ ໃຫ້ແກ່ພາລະກິດປົດປ່ອຍຊາດ ແລະພັດທະນາປະເທດລາວ, ປະກອບສ່ວນປັບປຸງນ້ຳໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ. ໂຄງການກໍ່ສ້າງຄາດຄະເນວ່າຈະໄດ້ສຳເລັດໃນປີ 2017, ມຸ່ງໄປເຖິງການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ລາວ ແລະ40 ປີແຫ່ງວັນເຊັນສົນທິສັນຍາການຮ່ວມມື ຫວຽດນາມ-ລາວ.

 

ແປໂດຍ: ຮຸຍດົງ