ນາງ ທື ຫາກໍ່ຮຽນຈົບຈາກໂຮງຮຽນຊັ້ນກາງເສນາຮັກ 2 (ທະຫານເຂດ 7). ກວ່າ 2 ປີ ທີ່ໄດ້ຮ່ຳຮຽນ ແລະໄດ້ພົບປະເປັນປະຈຳກັບບັນດາຄູອາຈານທີ່ເປັນທະຫານ, ໄດ້ຊ່ວຍໃຫ້ນາງມີຄວາມໃຝ່ຝັນຢາກກາຍເປັນທະຫານລຸງໂຮ່. ພາຍຫຼັງຮຽນຈົບ, ນາງ ທື ໄດ້ຂຽນໃບສະໝັກເຂົ້າເປັນທະຫານທັນທີ. ຜ່ານຂັ້ນຕອນການຄັດເລືອກ, ການກວດກາຢ່າງເຄັ່ງຄັດ, ນາງ ທື ໄດ້ຮັບຄັດເລືອກເຂົ້າເປັນທະຫານພັນທະ ໃນປີ 2017.

ນາງ ທື ໄດ້ແບ່ງປັນຄວາມໃນໃຈວ່າ: ໃນຊຸມມື້ນີ້, ຂ້າພະເຈົ້າມີຈິດໃຈເບີກບານມ່ວນຊຶ່ນ. ເພື່ອນຫຼາຍຄົນໄດ້ມາຢື້ຢ້ຽມຖາມຂ່າວ, ເພື່ອນທີ່ຢູ່ໄກກໍ່ໄດ້ໂທມາ, ສົ່ງຂໍ້ຄວາມອວຍພອນ. ເຮືອນນ້ອງຍາມໃດກໍ່ມີຄວາມມ່ວນຊື່ນ, ທີ່ເຕັມໄປດ້ວຍສຽງຫົວເລາະ ແລະຄຳບອກສອນ, ລະດົມກຳລັງໃຈ. ນ້ອງສາວຂອງນ້ອງທີ່ກຳລັງຮຽນຢູ່ມໍ 5 ກໍ່ມີຄວາມພາກພູມໃຈເວົ້າວ່າ: ຖ້າຫາກວ່າໃນຕໍ່ໜ້າຍັງມີການຄັດເລືອກເອົາທະຫານຍິງ, ແນ່ນອນນ້ອງຈະສະໝັກເຂົ້າເປັນທະຫານ ເພື່ອໃຫ້ພວກເຮົາກາຍເປັນ “ເພື່ອນຮ່ວມກົມກອງ”.

leftcenterrightdel
ນາງ ໂງຮວ່ຽນແອງທື. ພາບ: ຫືວມາ້ວ

ຢູ່ເມືອງ 12, ນາງທື ແມ່ນນາງສາວໜຶ່ງດຽວໃນຈຳນວນຊາວໜຸ່ມ 200 ຄົນທີ່ໄດ້ຮັບຄັດເລືອກເຂົ້າເປັນທະຫານພັນທະໃນຄັ້ງນີ້. ທ່ານພັນຕີ ເລບາວເຈີນ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານເມືອງ 12 ໄດ້ໃຫ້ຮູ້ວ່າ: ປະຈຸບັນພໍ່ຂອງນາງ ທື ກຳລັງເຮັດວຽກຢູ່ກອງພົນນ້ອຍປ້ອງກັນອາກາດ 77 (ທະຫານເຂດ 7). ຄອບຄົວຍາມໃດກໍ່ປະຕິບັດບັນດາຂໍ້ກຳນົດຂອງທ້ອງຖິ່ນເປັນຢ່າງດີ. ນາງ ທື ມີລະດັບວິຊາສະເພາະ, ພັດໄດ້ພົບປະ ແລະຮ່ຳຮຽນໃນສະພາບແວດລ້ອມຂອງກອງທັບ, ດັ່ງນັ້ນພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່ານາງ ທື ຈະ ປະຕິບັດສຳເລັດໜ້າທີ່ຂອງນັກຮົບເປັນຢ່າງດີ.

ຊາວໜຸ່ມຍິງ 6 ຄົນ ຂອງນະຄອນໂຮ່ຈິມິນທີ່ສະໝັກເຂົ້າເປັນທະຫານໃນປີນີ້ລ້ວນແຕ່ມີສຸຂະພາບແຂງແຮງ ແລະມີລະດັບການສຶກສາຈາກມັດທະຍົມຕອນປາຍຂຶ້ນເມືອ, ເຊິ່ງໄດ້ສະໝັກລົງທະບຽນເພື່ອປະຕິບັດພັນທະປົກປັກຮັກສາປະເທດຊາດທີ່ສັກກະລະບູຊາ. ຫຼາຍຄົນມີຄວາມມຸ່ງມາດປາຖະໝາຢາກຮັບໃຊ້ໃນກອງທັບຍາວນານ. ນາງ ໂງຮວ່ຽນແອງທື ໄດ້ແບ່ງປັນຄວາມໃນໃຈວ່າ: ກອງທັບແມ່ນໂຮງຮຽນທີ່ກວ້າງໃຫຍ່ເພື່ອໃຫ້ໄວໜຸ່ມໄດ້ຝຶກຝົນຫຼໍ່ຫຼອມ, ເຕີບໃຫຍ່. ຂ້າພະເຈົ້າມີຄວາມມຸ່ງຫວັງຢາກສືບທອດອາຊີບຂອງພໍ່ກາຍເປັນນາຍທະຫານ. ດ້ວຍຄວາມມຸ່ງມາດປາດຖະໜານັ້ນ ຈຶ່ງຕ້ອງມານະພະຍາຍາມຫຼາຍກ່ວາອີກເພື່ອຜ່ານຜ່າຄວາມຫຍຸ້ງຍາກນານາປະການ. ແຕ່ນ້ອງຍັງມີຄວາມເຊື່ອໝັ້ນດ້ວຍເຈດຈຳນົງ, ຕັດສິນໃຈຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ນ້ອງຈະປະຕິບັດຄວາມໃຝ່ຝັນອັນສູງສົ່ງຂອງຕົນເພື່ອຢັ້ງຢືນຄຸນນະທາດຂອງນາຍທະຫານຍິງ.

 

ແປໂດຍ: ທູຈາງ