ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດ ຫວຽດນາມ ນໍາໂດຍທ່ານພົນຕີ ໂດກັນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະຕັດແຖບຜ້າເປີດສະຫຼອງ.

ທ່ານພົນຕີ ໂດກັນ ໃຫ້ຮູ້ວ່າ: ອານຸສາວະລີມິດຕະພາບ ຫວຽດນາມ-ກໍາປູເຈຍ ໄດ້ຮັບການກໍ່ສ້າງ, ສ້ອມແປງ, ບູລະນະປະຕິສັງຂອນຢູ່ຫຼາຍແຂວງ, ນະຄອນຂອງ ລາຊະອານາຈັກ ກໍາປູເຈຍ; ແມ່ນບັນດາກິດຈະກໍາທີ່ມີຄຸນຄ່າປະຫວັດສາດ, ວັດທະນະທໍາຢ່າງເລິກເຊິ່ງ; ເປັນສັນຍາລັກທີ່ມີຊີວິດຊີວາກ່ຽວກັບອາລົມຈິດ, ນໍ້າໃຈສາມັກຄີ, ຄວາມພິລະອາດຫານ, ການເສຍສະຫຼະຊີວິດຂອງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ກໍາປູເຈຍ. ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຂອງລັດ, ປະຊາຊົນ ແລະກອງທັບສອງປະເທດທີ່ມີຕໍ່ວິລະຊົນ, ທະຫານອາສາສະໝັກ ຫວຽດນາມ ແລະພະນັກງານ, ນັກຮົບກອງທັບ ລາຊະອານາຈັກ ກໍາປູເຈຍ ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງຊາດ, ເພື່ອການພັດທະນາສີວິໄລຂອງປະຊາຊົນສອງປະເທດ.

ອານຸສາວະລີມິດຕະພາບ ຫວຽດນາມ-ກໍາປູເຈຍ ຢູ່ແຂວງ Kompong Thom ຮັບການບູລະນະປະຕິສັງຂອນແຕ່ປີ 2016 ແລະເປີດສະຫຼອງກົງກັບໂອກາດປະຊາຊົນ ກໍາປູເຈຍ ສະເຫຼີມສະຫຼອງ 38 ປີແຫ່ງວັນໄຊຊະນະຕໍ່ລະບອບດັບສູນເຊື້ອຊາດ Pol Pot, ປົດປ່ອຍປະເທດຊາດອອກຈາກໄພດັບສູນເຊື້ອຊາດ.

ແປໂດຍ: ຈາງຫງວຽນ