leftcenterrightdel
ສະຖານທີ່ເຮືອບິນຕົກ (ພາບ:  Reuters)

ປັດຈຸບັນ, ຊື່ຂອງບັນດາຜູ້ປະສົບເຄາະຮ້າຍພວມໄດ້ຮັບການພິສູດເອກະລັກບຸກຄົນ, ຜູ້ໂດຍສານແມ່ນມາຈາກ 35 ປະເທດ, ລວມມີແຂກທ່ອງທ່ຽວ, ນັກທຸລະກິດ ແລະພາລະກອນສະຫະປະຊາຊາດ. ເຄັນຢາ ແມ່ນປະເທດທີ່ມີພົນລະເມືອງເສຍຊີວິດຫຼາຍສຸດ ໂດຍມີຈຳນວນເຖິງ 32 ຄົນ.

ວັນທີ 10 ມີນາ, ຫ້ອງວ່າການລັດຖະບານເອທີໂອປີ ໄດ້ອອກແຈ້ງການຊີ້ແຈ້ງວ່າ: ເຮືອບິນລຳໜຶ່ງຂອງບໍລິສັດການບິນ Ethiopian Airlines ຖືກປະສົບເຄາະຮ້າຍເມື່ອບິນເຖິງ Nairobi. Ethiopian Airlines ແມ່ນບໍລິສັດການບິນຂຶ້ນກັບລັດ ແລະແມ່ນໜຶ່ງໃນບັນດາບໍລິສັດຂົນສົ່ງການບິນໃຫຍ່ສຸດອາຟຣິກາ.

ແຫຼ່ງຄັດຈາກ: vovworld.vn