ກ່າວຄຳເຫັນຢູ່ນອກກອງປະຊຸມປະຈຳປີ ຂອງກອງປະຊຸມໃຫຍ່ສະພາແຫ່ງຊາດ ພວມດຳເນີນຢູ່ປັກກິ່ງ, ທ່ານຮອງລັດຖະມົນຕີ ຫວາງເສົາຫວີນ ຖືວ່າ, ເລື່ອງເພີ່ມອັດຕາພາສີໄດ້ກໍ່ຄວາມເສຍຫາຍເຖິງຜົນປະໂຫຍດດ້ານເສດຖະກິດຂອງທັງຈີນ ແລະອາເມລິກາ ແລະທົ່ວໂລກ. ທ່ານຢືນຢັນວ່າ, ທັງສອງຝ່າຍຕ້ອງບັນລຸໄດ້ຂໍ້ຕົກລົງເພື່ອລົບລ້າງພາສີອາກອນເພີ່ມເຕີ່ມທັງໝົດທີ່ພວມຈັດວາງໃຫ້ກັນ, ຈາກນັ້ນເຮັດໃຫ້ການພົວພັນສອງຝ່າຍກັບຄືນສູ່ສະພາບປົກກະຕິ. ທ່ານກໍ່ເນັ້ນໜັກວ່າ, ບໍ່ວ່າກົນໄກປະຕິບັດໃດໆກໍ່ລ້ວນແຕ່ “ຕ້ອງມີສອງສົ້ນ, ມີຄວາມຍຸດຕິທຳ ແລະສະເໝີພາບ.”

ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ນັກຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ສະແດງຄວາມປະເອີບໃຈຕໍ່ເລື່ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບຈີນ, ເຖິງຢ່າງໃດກໍ່ຕາມ, ທ່ານ D.Trump ຖະແຫຼງວ່າຈະບໍ່ລົງນາມຖ້າຫາກຂໍ້ຕົກລົງນັ້ນບໍ່ສ້າງຜົນປະໂຫຍດໃຫ້ແກ່ອາເມລິກາ.

ແຫຼ່ງຄັດຈາກ: vovworld.vn