ພົນເຮືອເອກ Philip Davidson ຢືນຢັນວ່າ, ອາເມລິກາ ມີຄວາມຮັບຮູ້ຢ່າງຈະແຈ້ງໃນການເພີ່ມທະວີບັນດາການເຄື່ອນໄຫວດ້ານການທະຫານຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ. ພົນເຮືອເອກ Philip Davidson ເນັ້ນໜັກວ່າ: “ຄວນມີປະຕິກິລິຍາສາກົນສຳລັບບັນດາການເຄື່ອນໄຫວດັ່ງກ່າວ, ບົນພື້ນຖານຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍສາກົນ, ຮັບປະກັນຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ”.

ເພື່ອຮັກສາຄວາມໝັ້ນຄົງຢູ່ພາກພື້ນຕໍ່ໜ້າບັນດາສິ່ງທ້າທາຍໃນປະຈຸບັນ, ທ່ານ Davidson ໄດ້ຍົກສູງບົດບາດຂອງອາຊຽນ, ຢືນຢັນວ່າບັນດາປະເທດອາຊຽນ ມີກຳລັງແຮງບັນລຸລະດັບວັດທະນາຖາວອນ, ຄວາມໝັ້ນຄົງ ແລະສະກັດກັ້ນບັນດາການປະທະກັນເມື່ອສາມັກຄີກັນ. ທ່ານຊີ້ແຈ້ງວ່າ: ອາເມລິກາ ແລະອາຊຽນ ແບ່ງປັນຄວາມເຄົາລົບຕໍ່ກົດໝາຍສາກົນ ແລະແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ແລະຢືນຢັນວ່າ, ກອງທັບເຮືອອາເມລິກາ ໄດ້ ແລະພວມສືບຕໍ່ສົມທົບກັບບັນດາປະເທດຄູ່ຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ທະເລ.

ແຫຼ່ງຄັດຈາກ: vovworld.vn