ວິວັດການ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ  (ອີຢູ) ຫຼືເອີ້ນວ່າ Brexit ສືບຕໍ່ຕົກເຂົ້າສູ່ສະພາບການບໍ່ເປັນປົກກະຕິ ພາຍຫຼັງສິ້ນສຸດການເຈລະຈາໃນວັນທີ 5 ມີນາ ຢູ່ບຣຸກແຊນ, ປະເທດແບນຊິກ, ສອງຝ່າຍຍັງບໍ່ທັນບັນລຸໄດ້ບາດກ້າວກະໂດດຂັ້ນໃດໆ ທີ່ສາມາດຮັບປະກັນວ່າ ຂໍ້ຕົກລົງຖອນຕົວອອກຈາກອີຢູ ຈະໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດອັງກິດ.

leftcenterrightdel
ທ່ານ Geoffey Cox ລັດຖະມົນຕີກະຊວງຍຸຕິທໍາອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ.

ການເຈລະຈາລະຫວ່າງທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງອີຢູ ແລະທ່ານ Geoffey Cox ລັດຖະມົນຕີກະຊວງຍຸຕິທໍາອັງກິດ ພ້ອມດ້ວຍທ່ານ Steppen Barclay ລັດຖະມົນຕີຮັບຜິດຊອບ Brexit ຂອງອັງກິດ ໄດ້ສິ້ນສຸດລົງ ພາຍຫຼັງປຶກສາຫາລືມາເປັນເວລາ 3 ຊົ່ວໂມງ. ສອງຝ່າຍຕ່າງກໍ່ບໍ່ຍົກອອກຄໍາເຫັນໃດໆ ພາຍຫຼັງການເຈລະຈາຄັ້ງນີ້. ເຈົ້າໜ້າທີ່ ອີຢູ ໃຫ້ຮູ້ວ່າການເຈລະຈາດັ່ງກ່າວຖືກດໍາເນີນໄປຢ່າງບໍ່ດີງາມປານໃດ.

ໃນຂະນະນັ້ນ, ບັນດາແຫຼ່ງຂ່າວຂອງອັງກິດ ແລະອີຢູ່ ໃຫ້ຮູ້ວ່າ ຄາດວ່າບັນດາການເຈລະຈາລະຫວ່າງບັນດາເຈົ້າໜ້າທີ່ຂັ້ນຕໍ່າກວ່າຈະສືບຕໍ່ຖືກດໍາເນີນໃນວັນທີ 6 ມີນາ.

ແຫຼ່ງຄັດຈາກ: vovworld.vn