ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມລັດຖະມົນຕີ RCEP  ຄັ້ງທີ 7 ຢູ່ແຂວງຊຽມລຽບ ຂອງກໍາປູເຈຍ, ທ່ານ ຮຸນແຊນ  ນາຍົກລັດຖະມົນຕີກໍາປູເຈຍ ຖະແຫຼງວ່າ: “ຂ້າພະເຈົ້າຫວັງວ່າບັນດາປະເທດທີ່ເຂົ້າຮ່ວມການເຈລະຈາທັງໝົດລ້ວນແຕ່ມີເຈດຈໍານົງດ້ານການເມືອງອັນດຽວກັນເພື່ອແນໃສ່ປະຕິບັດບັນດາການເຈລະຈາກ່ຽວກັບຂໍ້ຕົກລົງ RCEP ໃຫ້ສຳເລັດໃນປີ 2019. 

leftcenterrightdel
ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມລັດຖະມົນຕີສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)  ຄັງທີ 7 ຢູ່ແຂວງຊຽມລຽບ, ໃນວັນທີ 2 ມີນາ 2019. ພາບ: THX/TTXVN.

ຖ້າຂໍ້ຕົກລົງສະບັບນີ້ໄດ້ຮັບການລົງນາມ, ຄວາມເຊື່ອໝັ້ນຕໍ່ຂອບເຂດພາກພື້ນຂອງພວກເຮົາຈະນັບມື້ນັບໄດ້ຮັບການເພີ່ມທະວີ, ບໍ່ພຽງແຕ່ໃນຂົງເຂດເສດຖະກິດເທົ່ານັ້ນ ຫາກຍັງໃນຂົງເຂດການເມືອງ ແລະຂົງເຂດອື່ນໆ” ອີກດ້ວຍ.

ວັນທີ 2 ມີນາ, ບັນດາລັດຖະມົນຕີຂອງ 16 ປະເທດອາຊີ-ປາຊີຟິກ ໄດ້ເລີ່ມຕົ້ນການປະຊຸມເພື່ອເຈລະຈາກ່ຽວກັບ RCEP. RCEP  ແມ່ນສັນຍາການຄ້າເສລີ, ລວມມີ 10 ປະເທດສະມາຊິກອາຊຽນ ແລະ6 ປະເທດ ເຊິ່ງ ອາຊຽນ ໄດ້ລົງນາມໃນສັນຍາການຄ້າເສລີ (ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫຼີ ແລະນິວຊີແລນ).

ໂດຍ:ໄຊຊະນະ