ໃນ​ການ​ພົບ​ປະ​ດັ່ງກ່າວ ທັງ​ສອງ​ຝ່າຍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ການ​ພົວພັນ​ແບບ​ສອງ​ຝ່າຍລະຫວ່າງ​ຣັດ​ເຊຍ ກັບ​ກູ​ບາ ທີ່​ດີງາມ​ໃນ​ປັດຈຸບັນ. ພ້ອມ​ກັນ​ນັ້ນ​ກໍ່​ສະແດງ​ຄວາມ​ພ້ອມໃນ​ການ​ສືບຕໍ່​ເພີ່ມ​ທະວີ​ການ​ພົວພັນ​ທາງ​ດ້ານ​ການເມືອງ, ການ​ທູດ, ເສດຖະກິດ, ການ​ຄ້າ. ໃນ​ຂະນະ​ດຽວ​ກັນສອງ​ຝ່າຍ​ກໍ່​ໄດ້​ປຶກສາ​ຫາລື​ກັນກ່ຽວ​ກັບ​ສະພາບ​ການ​ໃນ​ປັດຈຸບັນ ແລະ​ແບ່ງປັນ​ຫຼັກ​ໝັ້ນ​ທີ່​ມີ​ຕໍ່​ບັນດາ​ບັນຫາ​ທີ່​ສັບສົນ​ຂອງ​ສາກົນ ແລະ​ພາກ​ພື້ນ.

leftcenterrightdel
ພາບປະກອບຈາກ: RT.

ກ່ອນ​ໜ້າ​ນັ້ນ, ທ່ານ ຕີ​ຕອບ ໄດ້​ພົບ​ປະ​ກັບ​ຮອງ​ລັດຖະມົນຕີ​ການ​ຕ່າງປະເທດ​ກູ​ບາ ມາ​ເຊລີ​ໂນ ເມ​ດີ​ນາ ກົງ​ຊາ​ເລ​​ສ. ໃນ​ນັ້ນ, ​ຝ່າຍ​ກູ​ບາ​ ໄດ້​ສະແດງ​ຄວາມ​ຮູ້​ບຸນຄຸນຕໍ່​ຄວາມ​ສະໜັບສະໜູນ​ຂອງ​ຣັດ​ເຊຍ ທີ່​ມີ​ຕໍ່​ກູ​ບາ ໃນ​ການ​ຕ້ານ​ກັບ​ຄຳ​ສັ່ງ​ປິດ​ລ້ອມ​ທາງ​ດ້ານ​ເສດຖະກິດ-ການ​ຄ້າ ແລະ​ການ​ເງິນ ຊຶ່ງ ອາ​ເມ​ຣິ​ກາ ປະຕິບັດ​ຕໍ່​ກູ​ບາ ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ຂ່າວ: ວຽງຈັນໃໝ່