ຂໍ້​ຕົກລົງ​ດັ່ງກ່າວໄດ້​ຮັບ​ການ​ລົງ​ນາມ​ໃນ​ໂອກາດ​ທີ່​ນາຍົກລັດຖະມົນຕີ​ນູ​ແວນ​ເຊ​ລັງ ຈາ​ຊິນ​ດາ ອາກ​ເດນ ຢ້ຽມຢາມ​ອັງກິດ ກ່ອນ​ທີ່​ຈະ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ ທີ່​ດາວ​​ົສ (ປະເທດ​ສະ​ວິດ). ໃນ​ເວລາ​ຢູ່​ຢ້ຽມຢາມ​ອັງກິດ​ນັ້ນ ນາງ ອາກ​ເດນ ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີອັງກິດ ເຕ​ເຣ​ຊາເມ.

leftcenterrightdel
ທ່ານນາງ ເຕ​ເຣ​ຊາເມ ນາຍົກລັດຖະມົນຕີອັງກິດ ແລະທ່ານນາງ ຈາ​ຊິນ​ດາ ອາກ​ເດນ ນາຍົກລັດຖະມົນຕີນູ​ແວນ​ເຊ​ລັງ. ພາບ: The West Australian.

ຂໍ້​ຕົກລົງ​ດັ່ງກ່າວ​ລະບຸ​ວ່າບັນດາ​ຄວາມ​ຕ້ອງການ​ໃນ​ດ້ານ​ນິຕິ​ກຳ ສຳລັບ​ບັນດາ​ຜູ້​ປະກອບ​ການ​ສົ່ງ​ອອກ​ສິນຄ້າຈະ​ບໍ່​ຖືກ​ປ່ຽນແປງ​ໃນ​ໄລຍະ​ຫຼັງ Brexit ກ່ອນ​ທີ່​ສອງ​ປະເທດ​ຈະ​ບັນລຸ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ແບບ​ສອງ​ຝ່າຍ. ຂໍ້​ຕົກລົງ​ນີ້ຄ້າຍຄື​ກັນ​ກັບ​ຂໍ້​ຕົກລົງ ທີ່​ອັງກິດ ແລະອົດ​ສະ​ຕຣາ​ລີ ໄດ້​ລົງ​ນາມ​ຮ່ວມ​ກັນເມື່ອ​ທ້າຍ​ອາທິດ​ທີ່​ຜ່ານ​ມາ.

ປັດຈຸບັນ​ນີ້ ອັງກິດ ​ເປັນ​ໜຶ່ງ​ໃນ​ບັນດາ​ຄູ່​ຄ້າ​ລາຍ​ໃຫຍ່​ແບບ​ສອງ​ຝ່າຍ​ຂອງ​ນູ​ແວນ​ເຊ​ລັງ. ໃນ​ປີ 2015 ນູ​ແວນ​ເຊ​ລັງ ໄດ້​ນຳ​ເຂົ້າ​ສິນຄ້າ ແລະ​ການ​ບໍລິການ​ຈາກ​ອັງກິດ ເປັນ​ມູນ​ຄ່າ  1,34 ຕື້​ໂດ​ລາ​ສະຫະລັດ.

ຂ່າວ: ວຽງຈັນໃໝ່